Thursday 16 January 2014

ເສັ້ນທາງ ໂຮ່ຈີ່ມິນ Ho Chi Minh trail

    









        ເສັ້ນທາງ ໂຮ່ຈີ່ມິນ.
ເສັ້ນທາງໂຮ່ຈີ່ມິນ ແມ່ນຖຶກໃຊ້ເປັນເສັ້ນທາງຍຸດທະສາດໃນລະຫວ່າງສົງຄາມຫວຽດນາມ
ເຊິ່ງເນັ່ງຈາກພາກເໜືອເຖິງພາກໃຕ້, ໂດຍເສັ້ນທາງສ່ວນໃຫ່ຍແມ່ນແມ່ນຜ່ານປະເທດລາວ ແລະ
ກຳປູເຈຍ. ມັນບໍ່ແມ່ນພຽງແຕ່ເສັ້ນທາງດຽວ ແຕ່ປະກອບມີຫົນທາງທີ່ເປັນເສັ້ນທາງທີ່ຄົດລ້ຽວແສນ
ທໍລະຫົດ. ບັ້ນຮົບລາມເຊີນ 719 ໄດ້ລະເບີດຂື້ນໃນປີ ຄ.ສ 1971 ເປັນມະຫາສົງຄາມ ຂອງ
ພວກຈັກະພັດ ແລະ ລູກມືກໍ່ຂື້ນ ເພື່ອຫວັງຍຶດເສັ້ນທາງເລກ 9 ແລະທີ່ຕັ້ງຍຸດທະສາດ, ແຕ່ຖືກ
ປະຊາຊົນສອງຊາດລາວ-ຫວຽດນາມ ສົມທົບກັນຕ່າວໂຈມຕີເຮັດໃຫ້ພວກເຂົາປະລາໄຊ.

ໃນທຸກມື້ນີ້, ບົນເສັ້ນທາງດັ່ງກ່າວແມ່ນຖຶກປົກຄຸມໄປດ້ວຍປ່າດົງພົງໄພທີ່ຕຶບໜາ. ຕາມສາຍທາງເລກທີ 9, ມີຫຼາຍເສັ້ນທາງທີ່ເຄີຍເປັນເສັ້ນທາງຂອງໂຮ່ຈີ່ມິນ ເລີ່ມຈາກທາງພາກເໜືອໄປຫາພາກໃຕ້. ຕາມເສັ້ນທາງໂຮ່ຈີ່ມິນທ່ານສາມາດໄປທ່ຽວຊົມໄດ້ປຽບທຽບໄດ້ເຖິງຄວາມແຕກຕ່າງລະຫວ່າງທຳມະຊາດທີ່ສະຫງົບ, ການດຳລົງຊີວິດຂອງປະຊາຊົນລຽບຕາມເສັ້ນທາງສາຍດັ່ງກ່າວ ແລະ ສາກປະຫຼັກຫັກພັງຂອງບ້ານເຮືອນຂອງຂອງຊາຊົນ, ທີ່ຖຶກທະຫານຈັກກະອາເມລິກາໄດ້ຖີ້ມລະເບີດນາໆຊະນິດລົງໃສ່. ການເດີນທາງທ່ອງທ່ຽວແມ່ນຈະຕ້ອງມີຜູ້ນຳທ່ຽວທ່ອງຖິ່ນ ແລະ ຫ້າມເຂົ້າໄປໃນປ່າເດັດຂາດເນື່ອງຈາກວ່າລູກລະເບີດທີ່ຍັງບໍ່ທັນແຕກແມ່ນຍັງມີເປັນຈຳນວນຫຼວງຫຼາຍທີ່ຍັງບໍ່ທັນຖືກທຳລາຍ.


ຂໍ້ມູນເພີ່ມຕື່ມ : http://www.laosgpsmap.com/category/ho-chi-minh-trail-adventure/

ສຸຍ ແຂວງສະຫວັນນະເຂດ




        ແຫຼ່ງທ່ອງທ່ຽວ ຝາຍສຸ້ຍ.

ສຸຍ ເປັນເຂື່ອນກັ້ນນ້ຳຂະໜາດໃຫ່ຍຊາວແຂວງສະຫວັນນະເຂດມັກເອີ້ນມັນວ່າທະເລຫຼວງ ສ້າງຂື້ນເພື່ອໃຊ້ປະໂຫຍດທາງກະສິກຳ ໃນລະດູແລ້ງ ບໍ່ວ່າຈະເປັນການລ້ຽງສັດ ປູກຝັງ ແລະອື່ນໆ. ເຂື່ອນແຫ່ງນີ້ ຖືກສ້າງຂື້ນໃຫ້ຄືກັນກັບຂັ້ນໄດ ເມື່ອເຂົ້້າສູ່ລະດູຝົນ ເຂື່ອນແຫ່ງນີ້ກໍ່ຈະກາຍເປັນເຂື່ອນນ້ຳຕົກຂະໜາດນ້ອຍທີ່ສວຍງາມ ແລະຍັງມີແກ້ງນ້ອຍ ໃຫ່ຍ ຈຳນວນ ຫຼວງຫຼາຍ ນອກຈາກນີ້ຍັງມີໝາກບົວຫຼາຍ ແລະມີສັດນ້ຳນາໆຊະນິດອາໃສຢູ່ ລວມທັງມີນົກທີ່ຫາຍາກອາໃສຢູ່ນຳອີກເຊັ່ນ: ນົກຍາງ ເປັນຕົ້ນ ໃນລະດູແລ້ງ ຊາວບ້ານພາກັນຫາປາ ແລະຫອຍໄປກິນ ເພື່ອເອົາໄວ້ກິນ ແລະຂາຍເປັນລາຍໄດ້ເສີມໃຫ້ຊາວບ້ານ. 

o   ການເຂົ້າເຖິງສະຖານທີ່ທ່ອງທ່ຽວ.
     ການເດີນທາງໄປຫາຝາຍສຸຍ ໄລຍະທາງປະມານ 52km ແມ່ນໃຊ້ເສັ້ນທາງເລກທີ 13ໃຕ້ ພໍມາຮອດ ບ້ານຫຼັກ 35 ແລ້ວຕັດເຂົ້າໄປຫາເມືອງຈຳພອນ ຫຼືແກ້ງກອກ ແລ້ວລ້ຽວຂວາໄປຫາແຫຼ່ງທ່ອງທ່ຽວຝາຍສຸຍ ຕາມເສັ້ນທາງພະແນກທ່ອງທ່ຽວເພິ່ນໄດ້ມີປ້າຍບອກທາງໄວ້ໂດຍບໍ່ຕ້ອງເປັນຫ່ວງວ່າຈະຫຼົງທາງ.

ບຶງວະ

ແຫຼ່ງທ່ອງທ່ຽວ ບຶງວະ.




    


ບຶງວະ ເປັນແຫຼ່ງທ່ອງທ່ຽວທຳມະຊາດທີ່ສວຍງາມ ແລະ ເປັນໜອງຂະໜາດໃຫ່ຍຕັ້ງຢູ່ບ້ານບຶງວະ ເມືອງໄກສອນ ພົມວິຫານ ແຂວງສະຫວັນນະເຂດ ຢູ່ທາງທິດຕາເວັນອອກຂອງເທດສະບານແຂວງເຊິ່ງຫ່າງຈາກຕົວເມືອງແມ່ນປະມານ 8 ກິໂລແມັດ ບຶງວະນັ້ນແມ່ນອ່າງເກັບນໍ້າເພື່ອໃຊ້ເຂົ້າໃນການເຮັດນາແຊງ ລວມໄປເຖິງການຜະລິດກະສິກໍາຕ່າງໆໃນລະດູແລ້ງຂອງຊາວບ້ານພາຍໃນບ້ານບຶງວະ ແລະ ນອກຈາກນັ້ນກໍ່ຍັງເປັນບ່ອນທໍາມາຫາກິນຂອງປະຊາຊົນເຊັ່ນ: ການຫາປາ, ກຸ້ງ, ຫອຍ ແລະ ອືນໆ. 


o   ດ້ານການເຂົ້າເຖິງ.
ການເດີນທາງໄປແຫຼ່ງທ່ອງທ່ຽວບຶງວະແມ່ນໃຊ້ເວລາບໍ່ດົນປານໃດເນື່ອງຈາກສະຖານທີ່
ດັ່ງກ່າວແມ່ນຢູ່ບໍ່ໄກຈາກຕົວເມືອງປານໃດປະມານ 5 ກິໂລແມັດເທົ່ານັ້ນ ແລະ ເປັນເສັ້ນທາງປູຢາງຕະຫຼອດເສັ້ນ ໃນການເດີນທາງໄປແມ່ນຈະໄປໄດ້ຫຼາຍເສັ້ນທາງແຕ່ນັກທ່ອງທ່ຽວມັກຈະໃຊ້ເສັ້ນທາງຫຼັກຄື ເມື່ອອອກຈາກຕົວເມືອງໄກສອນພົມວິຫານໂດຍໃຊ້ເສັ້ນທາງສະຫວັນນະເຂດ-ເຊໂນຈະຜ່ານສະໜາມກິລາແຂວງສະຫວັນນະເຂດ ແລະ ໄປຮອດທາງວົງວຽນໄດໂນເສົາແລ້ວລ້ຽວຂວາເຂົ້າສູ່ເສັ້ນທາງໄກສອນພົມວິຫານສວ່ນຫຼາຍປະຊາຊົນມັກເອີ້ນຊື່ເສັ້ນທາງດັ່ງກວ່ານັ້ນແມ່ນເສັ້ນ A1 ເດີນທາງໄປະມານ 2 ກິໂລແມັດກໍ່ຈະເຫັນປ້າຍບອກທາງແວ່ບ້ານບຶງວະທາງດ້ານຊ້າຍມືແລ້ວລ້ຽວຊ້າຍໄປຕາມເສັ້ນທາງໄປບ້ານບຶງວະປະມານ 3 ກິໂລແມັດກໍ່ເຖິງສະຖານທີ່ທ່ອງທ່ຽວບຶງວະ.


o   ດ້ານກິດຈະກຳ
 ບຶງວະເປັນບຶງຂະໜາດໃຫ່ຍ ແລະ ມີທີວທັດທຳມະຊາດທີ່ສວຍສົດງົດງາມ, ອາກາດ
ສົດຊື່ນເຢັນສະບາຍ ສິ່ງດັ່ງກ່າວໄດ້ດຶງດູດໃຫ້ຜູ້ຄົນໃນເມືອງຢາກອອກໄປສຳພັດເຖິງບັນຍາກາດ
ແສນຈະບໍລິສຸດ ໂດຍສະເພາະແມ່ນວັນພັກເສົາ-ອາທິດ ຫຼື ວັນພັກຕາມເທດສະການຕ່າງໆຈະ
ມີປະຊາຊົນອອກມາພັກຜ່ອນກິນເຂົ້າປ່າ ເພາະຢູ່ລຽບຕາມແຄມໜອງຈະມີຕູບນ້ອຍ ແລະ ຮ້ານ
ອາຫານເພື່ອໄວ້ໃຫ້ບໍລິການແກ່ນັກທ່ອງທ່ຽວທີ່ເດີນທາງໄປທ່ຽວຊົມ.