Friday 5 July 2013

ທາດ ອີງຮັງ

1.  ພຣະທາດອີງຮັງ.
ພຣະທາດອີງຮັງ ເປັນສິລະປະ ແລະ ສະຖາປັດຕະຍະກຳທີ່ສວຍງາມທັງເປັນປູຊະນິຍະສະຖານທີ່ສຳຄັນແຫ່ງຫນຶ່ງຢູ່ ສປປ ລາວ ຕັ້ງ ຢູ່ເມືອງໄກສອນ ພົມວິຫານ ແຂວງສະຫວັນນະເຂດ ແລະ ຫ່າງຈາກຕົວເມືອງປະມານ 15 ກິໂລແມັດ ລະຫວ່າງເສັ້ນທາງສະຫວັນ-ເຊໂນ. ພຣະທາດໜ່ວຍນີ້ສ້າງຂື້ນເມື່ອ ປະມານ ພ.ສ 500 ໂດຍພະຍາສຸມິຕະທຳ ຜູ້ປົກຄອງເມືອງມະຣຸກ ຂະນະຄອນ (ອານາຈັກສີໂຄດຕະບູນ) ແລະ ຕໍ່ມາເຖິງປີ ຄ.ສ 1548 ພະເຈົ້າໄຊຍະເສດຖາທິລາດ, ໄດ້ນຳພາປະຊາຊົນບຸລະນະຕໍ່ເຕີມຂື້ນ. ອົງພະທາດສູງ 25 ແມັດ ປະກອບມີ 4 ດ້ານ ກວ້າງດ້ານລະ 9
ແມັດມີລັກສະນະເປັນສີ່ລ່ຽມເຫມືອນຫໍຜາສາດ ອົງພະທາດຈັດເປັນ 3 ຖ້ານຫລຸດຫລັ່ນກັນເປັນລຳດັບຖ້ານລຸ່ມ, ຖານກາງ ເປັນສິລະປະດັ້ງເດີມສະໄໝຂອມ, ຖານເທິງ ແລະຍອດພະທາດເປັນ ສິລະປະສະໄຫມລ້ານຊ້າງ.
ພຣະທາດອີງຮັງນັ້ນຕາມການເລົ່າຂານກັນມາຕັ້ງແຕ່ປູ່ຍ່າຕາຍາຍວ່າໃນສະໄໝພຸດທະ
ການນັ້ນພຣະສຳມາສຳພຸດທະເຈົ້າຂອງເຮົາໄດ້ສະເດັດມາໂພດສັດໃນດິນແດນສຸວັນນະພູມແຫ່ງນີ້
ແລະ ມານັ່ງສັນພັນທະຫານໃນສະຖານທີ່ດັ່ງກ່າວ ໝາຍວ່າໄດ້ນັ່ງອີງຕົ້ນໄມ້ຮັງ ເພາະສະນັ້ນ ຈຶ່ງ
ໄດ້ໃສ່ຊື່ວ່າພຣະທາດອີງຮັງ ນັ້ນເອງ ແລະ ຍັງເຊື່ອກັນອີກວ່າທາງໃນພຣະທາດອີງຮັງນັ້ນແມ່ນ
ບັນຈຸອັດຖິ ( ກະດູກ ) ຂອງພຣະພຸດທະເຈົ້າ.

o   ການຄົມມະນາຄົມ.
ການເດີນທາງໄປສູ່ພຣະທາດອີງແມ່ນເປັນໄປໄດ້ຢ່າງສະດວກສະບາຍທັງນີ້ກໍ່ເນື່ອງຈາກ
ວ່າພຣະທາດອີງຮັງຕັ້ງຢູ່ບໍ່ໄກຈາກຕົວເທດສະບານເມືອງໄກສອນ ພົມວິຫານພໍປານໃດປະມານ 15 ກິໂລແມັດ ເສັ້ນທາງທີ່ຈະໄປສູ່ທາດອີງຮັງແມ່ນຈະໃຊ້ເສັ້ນທາງສະຫວັນ-ເຊໂນ ເມື່ອອອກຈາກຕົວເມືອງສະຫວັນມຸ້ງໜ້າສູ່ເຊໂນປະມານ 12 ກິໂລແມັດ ກໍ່ຈະໄປຮອດບ້ານທາດອີງຮັງ ແລ້ວ ຈະເຫັນປ້າຍບອກທາງວ່າ ຍີນດີຕ້ອນຮັບທ່ານເຂົ້າສູ່ແຫຼ່ງທ່ອງທ່ຽວພຣະທາດອິງຮັງ ທາງດັານຂວາມື ແລ້ວລ້ຽວຂວາ ປະມານ3 ກິໂລແມັດກໍ່ຈະເຫັນພຣະທາດອິງຮັງ ລັກສະນະເສັ້ນທາງແມ່ນປູຢາງຕະຫຼອດເສັ້ນຈົນຮອດສະຖານທີ່ທ່ອງທ່ຽວເລີຍ .

o   ດ້ານກິດຈະກຳ.
  ພຣະທາດອິງຮັງ ເປັນບູຮານສະຖານທີ່ເກົ່າແກ່ ແລະສັກສິດຄູ່ບ້ານຄູ່ເມືອງຂອງຊາວ
ແຂວງສະຫວັນນະເຂດກໍ່ຄືືຊາວລາວທັງຊາດ ທີ່ໄດ້ເຄົາລົບບູຊາກັນມາເປັນເວລາຍາວນານເຊິ່ງມັນໄດ້ສະແດງອອກຢູ່ບ່ອນວ່າ ໃນແຕ່ລະປີເມື່ອຮອດວັນຂື້ນ 13-14-15 ຄໍ່າເດືອນຈຽງ ຫຼືປະມານເດືອນທັນວາຂອງທຸກໆປີປະຊາຊົນຊາວແຂວງສະຫວັນະເຂດໄດ້ຈັດງານບຸນນະມັດສະການພຣະທາດອິງຮັງຂື້ນ ເຊິ່ງຈຸດປະສົງໃນການຈັດງານກໍ່ແມ່ນເພື່ອນະມັດສະການພຣະທາດ ແລະ ເພື່ອສຶບສານປະເພນີວັດທະນາທຳອັນດີງາມຂອງຊາວແຂວງສະຫວັນກໍ່ຄືຊາວລາວທັງຊາດໄວ້ສືບໆໄປ.
      ກິດຈະກຳໃນງານແມ່ນມີພິທີທາງສະສະໜາ, ບວງສວາງມະເຫສັກຫຼັກ, ຮ້ານວາງສະແດງສິນຄ້າ, ຂາຍສິນຄ້າ, ແຂ່ງຂັນກິລາພື້ນເມືອງ, ປະກວດຂະບວນຟ້ອນ ແລະ ງົບງັນຕາມປະເພນີ.
ນອກຈາກຈະມີງານເທດສະການປະຈຳປີແລ້ວພຣະທາດອີງຮັງກໍ່ຍັງເປັນສະຖານທີ່ໃນການຊຸມນຸມຂອງຊາວພຸດທະສາສະໜາກໍ່ຄືຊາວແຂວງສະຫວັນນະເຂດຄືທຸກໆວັນສີນ 8 ຄໍ່າ ແລະ 15 ຄໍ່າ ຂອງແຕ່ລະເດືອນຈະມີປະຊາຊົນຊາວແຂວງສະຫວັນນະເຂດລວມໄປເຖິງພີ່ນ້ອງປະເທດເພື່ອນບ້ານຂອງເຮົາກໍ່ພາກັນເຂົ້າມາສັກກະລະບູຊາພຣະທາດອິງຮັງ ໃນການບູຊານັ້ນສວ່ນຫຼາຍຊາວແຂວງສະຫວັນຈະໃຊ້ໝາກເບັງແລະ ທຸບທຽນ ສວ່ນໝາກເບັງແມ່ນຈະຕ້ອງໄດ້ຊື້ຈາກຊາວບ້ານ
ທີ່ຢູ່ລຽບຕາມທາງເຂົ້າພຣະທາດນັ້ນຈະເອົາໝາກເບັງພ້ອມດ້ວຍທູບທຽນມາວາງຂາຍໃຫ້ແກ່ນັກທ່ອງທ່ຽວນຳອີກ..
o   ຂໍ້ຫ້າມໃນການເຂົ້າໄປບູຊາພຣະທາດອີງຮັງ.
ໃນການເຂົ້າໄປບູຊາພຣະທາດອີງຮັງນັ້ນແມ່ນແຕກຕ່າງຈາກບ່ອນອື່ນໆຄືຫ້າມແມ່ຍິງເຂົ້າໄປຊັ້ນໃນຂອງຕົວອົງພະທາດໄດ້ແຕ່ຂາບໄຫວ້ຢູ່ບໍລິເວນດ້ານນອກເທົ່ານັ້ນ ແລະ ກ່ອນຈະເຂົ້າບໍລິເວນວັດແມ່ນຈະຕ້ອງນຸ່ງສິ້ນເທົ່ານັ້ນ ຖ້າຫາກວ່ານັກທ່ອງທ່ຽວຜູ້ໃດຫາກບໍ່ໄດ້ຖືສິ້ນໄປນຳກໍ່ສາມາດບູຊາໄດ້ທີ່ໜ້າທາງເຂົ້າວັດເພາະຈະມີໝ່ວຍງານໄວຄອຍບໍລິການຕະຫຼອດວັນ.

o   ດ້ານການບໍລິການ.
ພຣະທາດອີງຮັງແມ່ນຈະເປີດໃຫ້ເຂົ້າໄປທ່ຽວຊົມ ພ້ອມທັງສັກກະລະບູຊາແມ່ນຈະໄດ້ເປີດປະຕູເວລາ 8 : 00 ໂມງ ແລະຈະປິດປະມານ 6 : 00 ໂມງ. ສວ່ນຄ່າຜ່ານປະຕູແມ່ນຈະມີຄວາມແຕກຕ່າງກັນລະຫວ່າງນັກທ່ອງທ່ຽວຕ່າງປະເທດ ແລະ ນັກທ່ອງທ່ຽວພາຍໃນບ້ານເຮົາ ຄືນັກທ່ອງທ່ຽວຕ່າງປະເທດແມ່ນ 5000 ກີບ ແລະ ນັກທ່ອງທ່ຽວພາຍໃນແມ່ນ 3000 ກີບ.


















No comments:

Post a Comment