Thursday 16 January 2014

ປະເພດຂອງລາຍລາວ

1.  ປະເພດຂອງລາຍລາວ.

ສິລະປະລາຍລາວແມ່ນລິສະປະທີ່ມີຄຸນຄ່າສູງ ຊຶ່ງໄດ້ສຶບທອດກັນມາຫຼາຍສັດຕະວັດ ສິລະປະນີ້ມັນໄດ້
ສະແດງອອກຢ່າງອອ່ນຊ້ອຍ ມີຊີວິດຊີວາເໝາະສົມກັບຂັບນົບທໍານຽມປະເພນີວັດທະນາທໍາອັນດີງາມຂອງຊາດລາວເຮົາ ຢ່າງແທດເໜາະທີ່ສຸດ ແລະ ຄົບຖ້ວນທີ່ສຸດ.
        ລັກສະນະລວດລາຍ ສີລາຂອງເສັ້ນຕ່າງໆ ມັນກົ່ງມີເສັ້ນໂຄ້ງ, ເສັ້ນດີ້ນ ແລະ ເສັ້ນອ່ອນໂຍນ ນີ້ມນວນປະສົມປະສານກັນຢ່າງກົມກຽວທີ່ສຸດ ຈິດຕະກອນຂອງຊາດລາວເຮົາ ແຕ່ສະໄໝກ່ອນກໍ່ຄືປະຈຸບັນແມ່ນຮູ້ຈັກນໍາໃຊ້ປະສົມປະສານ ລວດລາຍ ສິລະປະໄດ້ດີຫຼາຍ ຄືດັ່ງຫຼາຍທ່ານໄດ້ປະສົບພົບເຫັນໃນສິ່ງກໍ່ສ້າງປູຊະນີຍະສະຖານ
ແລະ ອື່ນໆ ເວົ້າສະເພາະທາງສາສະໜາ ສະຖານທີ່ເກົ່າແກ່ຫຼາຍແຫ່ງທີ່ແຂວງຫຼວງພະບາງ ລັກສະນະນິມນວນອ່ອນຊ້ອຍ ມັນໄດ້ໝາຍເຖິງຈິດໃຈ ຄວາມສຸພາບ ອ່ອນໂຍນຂອງຊົນຊາດລາວເຮົາເຊິ່ງເບິ່ງແລ້ວບໍ່ເບື່ອຈັກເທື່ອ ເບີ່ງແລ້ວບໍ່ອືດອັດ ບໍ່ແຂ້ງກະດ້າງ ມັນກອດກ້ຽວເປັນກຸ່ມເປັນກ້ອນ ເປັນປືກແຜ່ນແໜ້ນໜາດີ ຮັກສາຄວາມງາມໄດ້ຕະຫຼອດຈຶ່ງປຽບກັບນໍ້າໃຈຮັກຮໍ່
ຮັກຊາດແພງເຊື້ອຂອງຊົນຊາດລາວເຮົາຍາມໃດກໍ່ສາມັກຄີກົມກຽວກັນເລື້ອຍມາໆມາ ເໝືອນກັບພູມຮູບຊົງສິລະປະລວດລາຍທີ່ຈິດຕະກອນໄດ້ວາດພາບເອົາໄວ້.
     ທ່າທີຂອງລວດລາຍມີຂໍ້ຕໍ່ກັນ ມີບ່ອນເສີມຂະຫຍາຍໄປໄດ້ຢ່າງບໍ່ມີວັນສຸດສ້ຽງຈັກເທື່ອຕາມຈຸດປະສົງ ແລະ ຫົວຄິດປະດິດສ້າງຂອງຈິດຕະກອນ. ສິລະປະລາຍລາວ ຊຶ່ງຈິດຕະກອນລາວແຕ່ສະໄໝກ່ອນເປັນຜູ້ປະດິດສ້າງເປັນລວດລາຍຂື້ນມາເພື່ອສ້າງຄວາມສວຍງາມ ຄວາມພໍໃຈໃຫ້ແກ່ສັງຄົມ ແຕ່ລະຍຸກສະໄໝນັ້ນ ກໍ່ໄດ້ອີງໃສ່ວັດຖຸທໍາມະຊາດຕົວຈິງນາໆຊະນິດປະດິດຄິດສ້າງຂື້ນ ຄົ້ນຄວ້າ ດັດແປງເສີມຕື່ມໃຫ້ງາມຂື້ນດັ່ງຕົວຢ່າງລາຍລະອຽດບາງອັນເຊັ່ນ.

1.  ດອກກະຈັງແຂ້ວປາ ຫຼື ກະຈັງຟັນປາ

ດອກກະຈັງແຂ້ວປານີ້ ແມ່ນໄດ້ປະດິດອອກມາຈາກແຂ້ວປາ ຫຼື ແຂ້ວຂອງເລື່ອຍ ເລື່ອຍໄມ້ທຳມະຊາດແທ້ ຊື່ງແຂ້ວປານັ້ນມີລັກສະນະຮູບສາມຫຼຽມຂື້ນທາງຕັ້ງເໜືອນກັບແຂ້ວເລື່ອຍໄມ້, ໂດຍອີງສີ່ງວົງຮູບຂອງວົງມົນທົນການແຕ້ມລາຍດັ່ງກ່າວກໍ່ບໍ່ຍາກ ແລະ ສັບສົນເໜືອນລາຍອື່ນໆ ມັນຂະຫຍາຍຕົວໄດ້ແຕ່ໜື່ງເຖີງສາມແບບເປັນລາຍລຽນກັນໄປທາງຊ້າຍ ແລະ ທາງຂວາໄດ້ ໂດຍອີງໃສ່ພື້ນຖານຂອງຂອບ ຈະແຕ້ມໃສ່ຍອດເສົາຕັ້ງຂຶ້ນ ຫຼື ຍອດນອນກໍ່ໄດ້ ແລ້ວແຕ່ເສັ້ນຂອບແທນຕ່າງໆ ການປະດັບປະດາຕາມຂອບຄີໄຟ ຫຼື ຂອບແທນຕ່າງໆການປະດັບປະດານີ້ມັນງ່າຍ ແລະ ມັກໃຊ້ແທນລາຍດອກບົວ ກະຈັງຕົວນີ້ ຈະແບ່ງສອດໄສ້, ບາກ ແລະ ທັບຊ້ອນໃສ່ກັນໄດ້.

2.  ດອກກະຈັງຕາອ້ອຍ

ກະຈັງຕາອ້ອຍເດີມແທ້ແມ່ນຜະລິດອອກຈາກຕາຂອງລຳອ້ອຍທຳມະດາ ຊື່ງກາຍເອົາບອ່ນໜໍ່ຂອງມັນທີ່ໃກ້ຈະອອກໃບ. ໂດຍຊ່າງສີລະປະກຳ ໄດ້ມາປຸງແຕ່ງປະດິດຊົງພາຍນອກແມ່ນຄຶລັກສະນະດອກບົວ, ມີກາບບາບ, ສອດໄສ້ ເໜືອນກະຈັງບົວ, ດັ່ງນັ້ນຈື່ງມັກເອີ້ນກັນວ່າກັນສອງຢ່າງຄື: ກະຈັງຕາອອ້ຍ ຫື ກະຈັງບົວ. ກະຈັງຕາອ້ອຍນີ້ ສາມາດຂະຫຍາຍໄດ້ຫຼາຍແບບ ຂະຫຍາຍໄປທາງຊ້າຍ ທາງຂວາໄດ້ຕາມໃຈ ໂດຍອີງໃສ່ໂຄງພື້ນຖານຂອງຮູບສີ່ຫຼຽມນັ້ນ. ການແຕ້ມ ຖ້າຫາກເຮົາເຮັດຍອດມັນຕັ້ງຂຶ້ນ ເອີ້ນວ່າ ບົວຫງາຍ, ຖ້າຫາກເຮົາເຮັດຍອດມັນປີ່ນລົງເອີ້ນວ່າ ບົວຂວຳ້ ຖ້າເຮົາຫາກແຕ້ມຍອດມັນງຽ່ງໄປທາງຊ້າຍ ຫຼື ຂວາ ເອີ້ນວ່າ ບົວຮ່ວນ

3.  ກະຈັງໃບເທດ( ຫຼື ໃບຝ້າຍເທດ )
ເຄົ້າເດີມຂອງລາຍດອກກະຈັງເທດນີ້ ແມ່ນປະດິດຄິດແຕ່ງອອກມາຈາກໃບຝ້າຍເທດທຳມະຊາດ, ໂດຍອິງໃສ່ຊົງພື້ນຖານ ຂອງຮູບສີ່ຫຼຽມມົນທົນ ເປັນໂຄງສ້າງທາງນອກ, ຊວດຊົງຕ່າງທ ຢາກຄືກະຈັງຕາອ້ອຍ ພາຍໃນມີການສອດໄສ້ ແລະ ບາກແບ່ງຕົວໄດ້, ສ່ວນຮອບນອກນັ້ນ ຈະແບ່ງຊົງເປັນຈັງຫວະຮອບຕົວເປັນຊ່ອງໆ ແຕ່ລະຊ້ອງນັ້ນເປັນເສັ້ນຂົດເໜືອນຂາຄະນອ່ງຕົວສິງໂຕ ( ເອີ້ນວ່າ ລາຍ ແຂ່ງສີງ ) ຊື່ງເປັນຮຽງກັນຂື້ນໃຫ້ເທົ່າກັນ. ກະຈັງເທດນີ້ ເປັນລາຍທີ່ແຕ້ມສະບາຍ ຈະຂະຫຍາຍໄປທາງຊ້າຍ ຫຼືທາງຂວາໄດ້ຕາມໃຈຊອບ ໂດຍຂອຍດອກນັນຕ້ອງໃຫ້ສົມສ່ວນ ບໍ່ໃຫ້ນ້ອຍເກີນໄປ ກະຈັງເສຍຊົງ ແລະ ບໍ່ງາມ ກະຈັງໃບເທດໃຊ້ປະດັບປະດາຂອບ, ແຄມ ຫຼື ສີ່ງກໍ່ສ້າງຕ່າງທ ຈະງົດງາມ.

4.  ດອກກະຈັງ (ກະຈັງປະຕິຍານ )
ກະຈັງຫູດອກນີ້ ແມ່ນອິງຈາກຫູທຳມະຊາດ ຊື່ງມາປະດິດປຸງແຕ່ງຂື້ນ ໃຫ້ສວຍງາມການແຕ້ມແມ່ນອີງໃສ່ຊົງພື້ນຖານຂອງຮູບສີ່ຫຼຽມຄືກວ້າງ ສອງສ່ວນ ແລະສູງສາມສ່ວນຂ້າງເທີງເບີ່ງລັກສະນະເໜືອນກັນກັບຊົງໃບເທດສ່ວນລຸ່ມນັ້ນກໍຈະເປັນກ້ານລົງມາ, ສ່ວນສອງຂ້າງຄື ຂ້າງຊາຍ ແລະ ຂ້າງຂວາ ຈະເປັນດອກກັນດົກຕັ້ງຂື້ນ ຄືກັບຫູຂອງສັດ ຈິດຕະກອນຈື່ງໄດ້ໃສ່ຊື່ ດອກກະຈັງດັ່ງກ່າວນີ້ວ່າ ກະຈັງຫູ ພາກສ່ວນເທີງສາມາດສອດໄສ້ ແລະ ບາກແບ່ງຕົວໄດ້ເໜືອນກັບດອກກະຈັງໃບເທດ ພາກສ່ວນລຸ່ມກໍ່ແບ່ງຕົວສອດໄສ້ໄດ້ຄຶກັນ, ແຕ່ແນວໃດກໍ່ຕາມ, ສ່ວນເທີງ ແລະ ສ່ວນລຸ່ມນັນ ແບ່ງລາຍສອດດັ່ງກ່າວນີ້ສາມາດຂະຫຍາຍຕົວໄດ້ຫຼາຍໆຕໍ່ ຂະຫຍາຍໄປທາງຊ້າຍ ແລະ ໄປທາງຂວາກໍໄດ້.

5.  ກະຈັງຮ່ວມ
 ການເອີ້ນ ກະຈັງຮ່ວມນີ້ກໍ່ເພາະຍອດປາຍຂອງດອກກະຈັງດັ່ງກ່າວບໍ່ຊື່ມັນອ່ຽງໄປ ຫຼື ຮ່ວນໄປໜ້ອຍໜື່ງ ໂຄງຮ່າງຂອງດອກລາຍນີ້ແມ່ນອີງໃສ່ຮູບສີ່ຫຼຽມຍາວຄືກ້ວາງ2 ສ່ວນ ຍາວ3 ສ່ວນເໜືອນກັນກັບ ກະຈັງປະຕິຍານ ລັກຊະນະຂອງດອກແມ່ນປີ່ນປາຍລົງລຸ່ມຈະແຕ້ມຍອດອ່ຽງໄປທາງຊ້າຍ ຫຼື ທາງຂວາກໍ່ໄດ້ຕາມໃຈຊອບ ຈຶ່ງເອີ້ນໄດ້ວ່າ ຮ່ວນ. ລັກຊະນະຂອງດອກກະຈັງຮວນ, ມີການບາກລາຍສອດໄສ້ຂະຫຍາຍຕໍ່ລາຍທາງຊ້າຍ ແລະ ຂວາ ໄດ້ເໜືອນຕົວອື່ນໆ. ກະຈັງຮ່ວມ, ມັກໃຊ້ປະດັບປະດາໜ້າບັນຂອງວັດວາອາລາມ, ພລັບ ພລາ, ຫໍສະໜຸດ, ຫໍຜາສາດ, ແລະ ອື່ນໆ ໂດຍໃຊ້ປະດັບຮຽງກັນເປັນແຖວຢູ່ຂ້າງລຸ່ມຕິດກັນກັບຂອງທີ່ບັນຈຸລາຍສີໜ້າແບ່ງເທີງ ແລະ ລຸ່ມ ຂ້າງຊ້າຍກໍອິງຍອດໄປທາງຊ້າຍ ຂ້າງຂວາກໍ່ອິງໄປຂວາ, ເບີ່ງແລ້ວກໍ່ງົດງາມດີ ລັກຊະນະຄຶສາຍຟອກແຄມເຮືອຊ່ວງ


6.  ລາຍດອກວັນແລ່ນ
ລາຍດອກວັນແລ່ນ ແມ່ນຮູບລາຍຊະນິດໜື່ງທີ່ຄ້າກັບລາຍກັຍດົກຫາສີງ, ລັກຊະນະຂອງຍອດອ່ຽງໄປທາງຂວາ ຫຼື ໄປທາງຊ້າຍ ເໜືອນດັ່ງລົມພັດຍອດຂອງໃບໄມ້ລຽນແຖວແລນນຳຫຼັງກັນແບບໄລຍະຖຶກຕ້ອງ, ແລະ ສັນປາຍລົງໂບດທ, ສີມ, ຫໍໂຮງ ແລະ ສີ່ງກໍ່ສ້າງສາທາລະນະຕ່າງໆ ເມື່ອປະດັບປະດາດອກດັ່ງກ່າວເຂົ້າກັນໄປແລ້ວ ຈະເພີ່ມສີງົດງາມຂື້ນຕືມ.

7.  ລາຍດອກປະຈຳຍາມ
ແຫຼ່ງກໍາເນີດຂອງລາຍດອກຈຳປາຍາມນີ້ ແມ່ນອີງຈາກໝາກຈັນທໍາມະຊາດ, ເຊີ່ງມາປະດິດປຸງແຕ່ງຂື້ນໃຫ້ສວຍງາມ ການແຕ້ມແມ່ນອີງໃສ່ຊົງພື້ນຖານຂອງຮູບສີ່ຫຼຽມຍາວ ຄື ກວາງ2 ແມັດ ແລະ ສູງ 3 ສ່ວນ ຂ້າງເທີງເບີ່ງລັກສະນະເໜືອນກັນກັບຊົງໃບເທດ ສ່ວນມາງທາງລຸ່ມນັ້ນກໍ່ຈະເປັນກ້ານລົງມາ, ສ່ວນສອງຂ້າງຄື ຂ້າງຊ້າຍ ແລະ ຂ້າງຂວາ ຈະເປັນດອກກັນດົກຕັງຂື້ນ ຄືກັນກັບຫູສັດ ຈິດຕະກອນຈື່ງໄດ້ໃຊ້ຊື່ ດອກກະຈັງດັ່ງກ່າວນີ້ວ່າ: ກະຈັງຫູ ພາກສ່ວນເທີງຍອດສາມາດສອດໄສ້ ແລະ ບາກແບ່ງຕົວ ເໜືອນກັບດອກກະຈັງໃບເທດ ພາກສ່ວນລຸ່ມກໍ່ແບ່ງຕົວສອດໄສ້ຄຶກັນ, ແຕ່ແນວໃດກໍ່ຕາມ, ສ່ວນເທີງ ແລະ ສ່ວນລຸ່ມນັນ ແບ່ງລາຍສອດໄສ້ຕ້ອງຕ້ອງໄດ້ບາງແບ່ງສະເໜີກັນ ບໍ່ໃຫ້ນ້ອຍ ຫຼື ໃຫຍ່ເກີນໄປ ທຳໃຫ້ຊົງຂອງກະຈັງນັ້ນເສຍຄວາມງາມ, ກະຈັງດອກດັ່ງກ່າວນີ້ ສ່ວນຫຼາຍມັກໃຊ້ປະດັບປະດາຂອບ, ວົງກົບ, ນ້າໂຮງ, ສີ່ງກໍ່ສ້າງໃຫຍ່ໆ ປະດັບເສົາ ແລະ ອື່ນໆ ລາຍຕົວນີ້ສາມາດຂະຫຍາຍຕົວໄດ້ຫຼາຍຕໍ່ ຂະຫຍາຍໄປທາງຊ້າຍທາງຂວາກໍ່ໄດ້.

8.  ລາຍຊົງດອກກາບີນ

ເຄົ້າເດີມຂອງດອກຊົງກາບີນແມ່ນປະດິດອອກມາຈາກຮູບກາຍິນທຳມະຊາດ, ເບີ່ງລວມແລ້ວກໍ່ຄືກຳລັງຈະບີນທຳມະຊາດ, ເບີ່ງແລ້ວກກໍ່ຄືກຳລັງຈະບິນຊື່ງມີປີກສອງຂ້າງ ຮູບດັ່ງກ່າວນີ້ແມ່ນອີງໃສ່ໂຄງຮ່າງພື້ນຖານຂອງວົນ ຮູບສີ່ຫຼຽມ ຍາວກວ້າງຂວາງສອງສ່ວນ ລັກສະນະປີ່ນຍອດແຫຼມຂື້ນທາງເທີງ, ເປັນລັກຊະນະຮູບກະຈັງໃບເທດ ທາງລຸ່ມໜື່ງສ່ວນສາມ ແມ່ນສ່ວນໜື່ງຂອງກະຈັງຕາອອ້ຍ  ຫຼື ກະຈັງບົວ ແຕ່ນ້ອຍກວ່າສ່ວນເທີງ ລອບສອງຂ້າງມີລາຍແຂ່ງສີ່ງຕໍ່ກັນຂື້ນ, ສາມາດສອດໃສ້ແບ່ງບາກລາຍໄດ້ຕາມຄວາມເໝາະສົມ.
ດອກຊົງກາບີນກໍ່ເປັນດອກກະຈັງໜື່ທີ່ໃຊ້ເໜືອນກັນກັບດອກປະຈໍາຍາມຄືລັກຊະນະ ດອກລາຍໃຊ້ໄວ້ປະຈດັບປະດາບ່ອນອອກລາຍ, ຕໍ່ລາຍ, ສົນສຸດຂອງລາຍ, ລາຍດັ່ງກ່າວນີ້ສາມາດໃຊ້ໄດ້ຫຼາຍຢ່າງ ຈະປະສົມລາຍອື່ນໆ ໄດ້ຕາມທຸກຊະນິດແບ. ດອກຊົງກາບີນນີ້ ແຕ້ມໄດ້ຫຼາຍແບບເຊັ່ນ: ຊົງກາບີນ, ດຶກກາລະກັບ, ດອກຊົງກາບີນໃບເທດ, ຊົງກາບີນຜັກບີນ ການໃຊ້ປະດັບປະດາກໍ່ສຸດແລ້ວແຕ່ຄວາມເໝາະສົມຂອງການກໍ່ສ້າງ, ດອກຊົງກາບີນໃຊ້ສຳລັບປະດັບປະດາສີ່ງກໍ່ສ້າງຕ່າງໆ ໂບດ, ສີມ ຫໍພິພິດຕະພັນ ແລະ ອື່ນໆ ໄດ້ຕາມຈຸດປະສົງ.

9. ລາຍດອກລາຍ

          
ລາຍດອກລາຍ ຫຼື ດອກດາວນີ້ ສ່ວນຫຼາຍແມ່ນປະດິດຈາກດອກໄມ້ຕ່າງໆຂອງທຳມະຊາດເຊັ່ນ: ມາຈາກດອກຈາກ, ດອກລຳດວນ, ດອກບົວບານ, ດອກຝ້າຍບານໜ່ວຍດອກດອກມະລິ, ດອກໄຊຍະພຶກ ແລະ ດອກໄມ້ຊະນິດອື່ນໆ ສ່ວນຫຼາຍ ລາຍດອກດັ່ງກ່າວແມ່ນອີງຢູ່ໃນໂຄງຮ່າງພື້ນຖານຂອງຮູບວົງມົນເປັນສ່ວນໃຫຍ່ການແບ່ງລາຍສອດໃສ່ແມ່ນອິງຕາມດອກທຳມະຊາດ ແຕ່ຊະນິດທີ່ກ່າວມາ ແລະ ສາມາດແບ່ງຕົວຂື້ນໄດ້ບາງດອກ ລາຍດອກດັ່ງກ່າວນີ້ມັກນຳໃຊ້ໃນການປະດັບປະດາ ເອ້ຢອ້ງ ເຄື່ອງເອ້, ເຄື່ອງທົງຕ່າງໆ ເຊັ່ນ: ສາຍສ້ອຍ, ທັບທວງ, ສາຍແຂນ, ສາຍແອວ, ສັງວານຕ່າງໆ ຂອງເທວະຮູບ ນອກນັ້ນລາຍນີ້ມັກນຳໃຊ້ສີ່ງກໍ່ສ້າງເຊັ່ນ: ເອ້ເພດານ, ໂບດ, ວິຫານ, ສະໂມສອນ, ສາທາລະນະ, ຫໍພິພດຕະພັນ, ພະລາຊະວັງ ແລະ ອື່ນໆ ຕາມຄວາມເໝາະສົມ.

10.          ລາຍດອກຮັກຮ້ອຍ
ລາຍດອກຮ້ອຍແມ່ນ ສີລະປະລາຍລາວພື້ນເມືອງອີກແບບໜື່ງ ຊື່ງຈິດຕະກອນສະໃໝ່ກອ່ນໆ ໄດ້ຄົ້ນຄົ້ວ ປະດິດຄິດແຕ່ງມາຈາກ ດອກຮັກ ດອກຮັກເມື່ອປິດໃບຫຸ້ມອອກແລ້ວ ກໍ່ຈະເຫັນໃບຮູບດອກໄມ້ທີ່ສວຍງາມ ແລະ ແປກໆ ຈິດຕະກອນຈີ່ງໄດ້ນຳມາແຕ້ມເປັນຖັນໆ ເໜືອນກັບເອົາໄໝຮ້ອຍເປັນສາຍຕໍ່ໆກັນ. ຈື່ງເອີ້ນວ່າ  ລາຍດອກຮັກຮ້ອຍ. ການແຕ້ມລາຍດອກ ດັ່ງກ່າວນີ້ມີຫຼາຍແບບ, ມີການຈັດປະດັັບປະດາ ງົດງາມ ໄປຄົນລະວາດ, ແຕ່ລະແບບກໍ່ແມ່ນຢູ່ໃນລັກຊະນະ ຮ້ອຍພວງມະໄລຮັກ ຮ້ອຍເຊັ່ນກັນເຊັ່ນ: ລາຍດອກຮັກຮ້ອຍດອກລຳດວນ, ລາຍຮັກຮ້ອຍດອກຈິກ, ລາຍຮັກຮ້ອຍຊໍ່ດອກຮັກ, ລາຍຮັກຮ້ອຍໃບເທດ, ລາຍດອກຮັກຮ້ອຍດອກໄມ້, ລາຍດອກຮັກຮ້ອຍບົວຮ້ອຍ, ຮັກຮອ້ຍບົວຮ່ວນ, ຮັກຮ້ອຍກະຈັງຫູ, ຮັກຮ້ອຍກະຈັງຮ່ວນ, ຮັກຮ້ອຍພູມດອກໄມ້, ຮັກຮ້ອຍກາບປີ, ຫຼື ຮັກຮ້ອຍກັນດົກແປວໄຟລີລາ ແລະ ການແຕ້ອອກຫລາຍຂອງຮັກຕ່າງໆ ກໍ່ແມ່ນເລີ່ມຕົ້ນຈາກດອກປະຈຳຍາມ,ໝາຍຄວາມວ່າ ທີ່ອອກລາຍແມ່ນດອກປະຈຳຍາມ  ແລະ ຫ້າມລາຍກໍ່ແມ່ນດອກປະຈຳຍາມ, ໂດຍເລີ່ມຕົ້ນຂອງລາຍໄປຄົນລະຂ້າງ ຮຽງກັນໄປຍາວໆ ເທົ່າໄດກໍ່ໄດ້, ເບີ່ງແຕ່ລະແບບແລ້ວ ເຫັນວ່າລາຍຮັກຮ້ອຍນີ້ ມີຄວາມງົດງາມໄປແຕ່ລະແບບ ແຕ່ລະແບບກໍ່ແມ່ນຢູ່ໃນລັກຊະນະ ເປັນພວງມາໄລ ເຊັ່ນດຽວກັນ. ລາຍຮັກຮ້ອຍນີ້ເວົ້າລວມໆ ແມ່ນເປັນລາຍໜ້າກະດານ, ຫຼື ເປັນລາຍຂອບ, ສໍາລັບກັ້ນເປັນຂອບເຂດລາຍອື່ນໆໃຫ້ສວຍງາມ, ລາຍດັ່ງກ່າວນີ້ ຊາວຊ່າງສີລະປະດັບສີ່ງທີ່ກໍ່ສ້າງເຊັ່ນ: ຫົວເສົາ, ພຣັບພຣາ, ຂອບຖານກໍ່ສ່າງ, ຂອບກະຈົກ ແລະ ນຳໃຊ້ປະດັບອື່ນໆ ໄດ້ຢ່າງເໝາະສົມ ແລະ ສວຍງາມດີ.

11.          ລາຍກັນດົກສາມໂຕ
ແບບແຕ້ມລາຍກັນດົກສາມໂຕ ຈະມີສັດສ່ວນມາຈາກຮູບ 3 ຫຼຽມ ທະແຍງມຸມ. ຈາກຂອບສີ່ຫຼຽມຍາວ, ກ້ວາງ2 ສ່ວນສູງ3 ສ່ວນ ໃຫຍ່ນ້ອຍອິງຕາມຕົວຈິງຂອງຮູບຊົງ. ຮູບລາຍກັນດົກ ແມ່ນສີລະປະລວດລາຍພື້ນເມືອງລາວແບບໜື່ງ ທີ່ສຳຄັນ, ລາຍດັ່ງກ່າວນີ້ແມ່ນພື້ນຖານແມ່ນບົດຮູບລາຍລາວພື້ນເມືອງຂອງເຮົາແທ້, ຊື່ງມັນມີເສັ້ນໂຄງ, ເສັ້ນກົງນີ້ມນວນທີ່ສຸດ, ເວົ້າແລ້ວລາຍກັນດົກສາມໂຕນີ້ ແມ່ນຈຸດລວມຂອງລາວທຸກປະເທດມາປະສົມປະສານກັນໃຫ້ລີລາລວດລາຍນັ້ນ ມີບົດບາດງົດງາມຂື້ນ ຊື່ງທາງຂ້າງໜ້າ ແລະ ຂ້າງຫຼັງກໍ່ມີກາບ ແລະ ຍອດ, ມີກາບນ້ອຍ, ກີບລ້ຽງ, ມີຕົວກັນດົກ ແລະ ຍອດກັນດົກຢ່າງຄບຖ້ວນ, ຊ່າງສີລະປະຍັງມີວິທີແຕ້ມ ແລະປະດິດໄປໄດ້ຫຼາຍໆ ແບບ ຕາມຈຸດປະສົງ.



12.          ກາບ ແລະ ຊໍ່ກັນດົກໃນແບບຊົງຕ່າງໆ
ກາບ ແລະ ຊໍ່ກັນດົກປຽບເໜືອນຊໍ່ດອກໄມ້ ຫຼື ຍອດໃບໄມ້ຊະນິດໜື່ງຂອງທຳມະຊາດທີ່ເຮັດໃຫ້ຕົ້ນລຳຂອງພຸ່ມດອກໄມ້ນັ້ນສວຍງາມ. ສະນັ້ນກ່ອນຈະມີຊໍ່ ແນ່ນອນກໍ່ຕ້ອງມີການຊ້ອນ ຫຼຶ ກາບລ້ຽງມັນ  ເປັນທຳມະຊາດ ເພື່ອໃຫ້ງົດງາມໄປຕາມທຳມະຊາດ, ເມື່ອເປັນແນວນັ້ນຊ່າງສີລະປະ ຈີ່ງໄດ້ປະດິດຮູບຊົງແບບນັ້ນມາເປັນລາຍຊໍ່ ລາຍກາບ ແລະ ຊົງຂອງມັນ, ໂດຍອິງຕາມຕົວຈີງ ຍອດນ້ອຍ ຍອດໃຫຍ່, ອ່ອນໂຄງໄປຕາມຈັງຫວະ, ຄືຍອດນ້ອຍກໍ່ໃຊ້ກາບດຽວ, ຍອດໃຫຍ່ກໍ່ໃຊ້ຫຼາຍກາບ ໃສ່ກະບັດໄປຕາມຊົງຂອງມັນ. ດັ່ງນັ້ນເມື່ອເວົ້າເຖີງກັນກັນດົກ 3 ຕົວ, ແນ່ນອນມັນກໍ່ຢູ່ໃນຊົງສາມຫຼຽມທະແຍງມູມ, ດັ້ງນັ້ນລາຍກັນດົກປະກອບກັບຊໍ່ ແລະ ກາບ ຈື່ງເປັນຮູບຄົບຖ້ວນ, ຍອດລາຍຈະເຫັນເທໄປທາງໃດເຄື່ອງປະກອບລາຍຂອງມັນຄົງເດີມ, ເມື່ອເປັນແນວນັ້ນ ການໃຊ້ກາບ ແລະ ຕົວກັນດົກ ເມື່ອເວລາເຂົ້າປະກອບລາຍ ຕົວກັນດົກ ແລະ ກາບຍອດຈະຫັນເຫໄປທາງໃດກໍ່ໄດ້ ສຸດແລ້ວແຕ່ຄວາມຕ້ອງການ, ແຕ່ຕ້ອງຮັກສາຊົງຂອງຮູບຢ່າໃຫ້ເສຍເພາະການຜູກລາຍກາບ ຫຼື ຕົວກັນດົກຍ່ອມບໍ່ຄົງທີ່ ອາດມີບ່ອນໃຫຍ່ ກາບນ້ອຍກາບໃຫຍ່ ສຸດແລ້ວແຕ່ເນື້ອທີ່ ແລະ ການໃຊ້ຊ່ອງໄຟພື້ນ.

ຂໍ້ທີ່ຄວນຈົດຈຳກໍ່ຄື
1.    ຊົງຂອງລາຍກັນດົກ ຊົງຂອງກາບ  ຊົງຕົວກັນດົກຕ້ອງຢູ່ໃນຊົງທີ່ງົດງາມຢູ່ຕະຫຼອດ ຈົນການແບ່ງ
ກໍ່ຕ້ອງມີຄບຖ້ວນເຖິງວ່າຕົວກັນດົກຈະຢຶດຕົວສູງຂຶ້ນ ຫຼືເຕ້ຍລົງກໍ່ຕ້ອງຢູ່ໃນຊົງລັກສະທີ່ງາມ ຮູບການຕ່າງໆກໍ່ເຊັ່ນດຽວກັນ ເຖິງວ່າກາບດັ່ງກ່າວຈະຫັນເຫໄປກໍ່ຕາມ ຕ້ອງຮັກສາຊົງເດີມໄວ້ສະເໝີ
2. ການແບ່ງໄລຍະຕົວໃນລາຍກັນດົກ ຫຼືແບ່ງຈັ່ງຫວະກາບຈະເປັນກັນດົກຕົວໃດຫຼືກາບອັນໃດກໍ່ຕາມເມື່ອລວມຢູ່ໃນພື້ນລາຍອັນດຽວກັນແລ້ວ ຕ້ອງແບ່ງກາບຫຼືຕົວກັນດົກນັ້າໆໃຫ້ມີໄລຍະພໍເໝາະສົມກັນຢ່າໃຫ້ມີໄລຍະໝູ່ໜຶ່ງຍາບ ແລະ ອີກໝູ່ໜຶ່ງມີໄລຍະຕົວລະອຽດເມື່ອເບິ່ງລວມກັນແລ້ວມີມີຖິງ່ ຫ່າງໆ ໃນພື້ນລາຍອັນດຽວກັນແນວນັ້ນເອີ່ນວ່າການແບ່ງໄລຍະຕົວນັ້ນບໍ່ຖືກຕ້ອງແລະບໍ່ສວຍງາມອີກ
3. ນໍາ້ໜັກເສັ້ນທາງແບ່ງຕົວກັນດົກ ຫຼື ກາບທີ່ຊ້ອນກັນ 3-4 ຈັງຫວະນັ້ນແຍກອອກອອກໃຫ້ເຫັນເປັນການອັນໜື່ງ ຊ້ອນກັບກາບອັນໜື່ງຄືຕ້ອງຖີ້ມນໍ້າໜັກເສັ້ນລະຫວ່າງກາບຕໍ່ກາບທີ່ຊ້ອນກັນໃຫ້ກ່ວາເສັ້ນ, ແບ່ງຕົວກາບທຳມະດາ ເມື່ອເບີ່ງແລ້ວຈະເຫັນເປັນກາບຄົນຕົວຢູ່ຊ້ອນກັນ. ທັງນີ້ບໍ່ວ່າຈະເປັນຕົວກັນດົກ ຫຼື ລາຍເຄື່ອເຖຢາກໍ່ຕາມຖ້າມີເສັ້ນໃນລາຍເຖົາ ຫຼື ຕົວກັນດົກມີເສັ້ນເຖີງສີ່ເສັ້ນຂື້ນໄປ ເສັ້ນລະຫວ່າງກາງຕ້ອງໃຫຍ່ກ່ວາເສັ້ນທຳມະດາແບບນີ້ຮຽກວ່າການຖີ້ມນໍ້າໜັກເສັ້ນແບ່ງໄລຍະຕົວຂະຫຍາຍ.
4. ຊ່ອງໄຟພື້ນການຈັດຊ່ອງໄຟພື້ນ ການຈັດຊ່ອງໄຟຟື້ນແມ່ນເປັນເລື່ອງສໍາຄັນອັນໜື່ງໃນການແຕ້ມລາຍເພາະວ່າຊ່ອງໄຟພື້ນລະຫວ່າງຕົວກັນດົກ ກາບ ແລະ ລາຍເຄືອເຖົາ, ມີໄລຍະບໍ່ເທົ່າກັນມີຖີງ້ຫ່າງໆ ລາຍນັ້ນເບີ່ງແລ້ວເຫັນວ່າບໍ່ງາມຕາເພາະວ່າການເບີ່ງລາຍກ່ອນ ແລກກໍແມ່ນເຫັນຊ່ອງໄຟພື້ນ ແລະ ຖັດມາກໍເຫັນເຄືອລາຍຖ້າຊ່ອງໄຟຟື້ນຫາກຈັດດີເຄື່ອລາຍດີ, ເຖີງວ່າແຕ້ມລາຍກັນດົກ ແລະ ກາບບໍ່ດີປານໃດຖ້າເບີ່ວຜ່ານໆ ມັນມີຄວາມສຳຄັນຫຼາຍເພາະລາຍດັ່ງກ່າວນີ້ນໍາໃຊ້ເຂົ້າໃນການປະດັບປະດາເອ້ຢ້ອງທົ່ວໄປຫ້ວາງ ຂວາງຫຼາຍ.
13.            ລາຍຂະໜອງສິງ ຫຼື ລາຍຫອຍຈັບຫຼັກ
ເຄົ້າເດີມຂອງຮູບຂະໜອງສີງ (ຂະໜ່ອງສີງໂຕ) ຫຼືລາບຫອຍຈັບຫຼັກ, ຮູບດັ່ງກ່າວແມ່ນປະດິດອອກມາ ຈາກທຳມະຊາດຕົວຈິງ ດັ່ງຫອຍຈັບຫຼັກ ແລະ ຂະໜ່ອງສີ່ງໂຕຮູບດັ່ງກ່າວຖ້າຈະແຕ້ມໃຫ້ຖຶກຕ້ອງແມ່ນແຕ່ລະດອກຕ້ອງຢູ່ໃນຊົງຂອງຮູບສີ່ຫຼຽມທະແຍກມູມເຫຼັກນ້ອຍ ແຕ່ບໍ່ແຄມເທົ່າກັບຮູບສີ່ຫຼຽມທະແຍກມູມ, ວິທີແບ່ງລາຍແຂ່ງສີງ, ຕົວໜື່ງມີບາກລາຍ ແລະ ຂະມວດ, ຕົວສາມ ແລະ ສີມີສອດໃສ່ ແລະ ບາກ, ຕົວຫ້າມີໜວດ ແລະ ແຂ່ງສີງຊ້ອນ, ຕົວ6 ມີກາບອ່ອນ, ມີສອດໃຊ້ຊ້ອນ ມີແຂ່ງສີງຊ້ອນແຂ່ງສີງ, ເມື່ອເຮົາແຕ້ມຕົວໃຫຍ່ໆ ກໍ່ຕ້ອງແຕ້ມຍອດຂອງມັນສະບັດເປັນຕົວກັນດົກ. ສີລະປະລາຍລາວດັ່ງກ່າວນິ້ ມັກນໍາໃຊ້ຫຼາຍທີ່ສຸດໃນໃນການປະດັບປະດາເອ້ຢ້ອງສີ່ງທີ່ກໍ່ສ້າງເຊັ່ນ: ຄິວເສົາ ຂອງວົງກົບ, ກາບຫົວເສົາຊ້ອນ, ແລະອື່ນໆຕາມແຕ່ຊ່າງຈະປະດິດຕົບແຕ່ງເອ້ໃສ່.

14.            ລາຍນົກຄາບ, ລາຍນາກຄາບ, ຕາລາຍກາບຜູກລາຍຕໍ່
ບັນດາລາຍໆ  ເຊັ່ນນົກຄາບ, ນາກຄາບ, ຕາລາຍ, ແມ່ນປະດິດມາຈາກນົກກຳລັງຄາບກີ່ງໄມ້, ຕາລາຍກໍ່ປະປະດິດມາຈາກຕາໄມ້ ບ່ອນໜໍ່ຈະເກີດອອກນັ້ນ ມາປະດິດເປັນລວດລາຍດັ່ງກ່າວ. ເພື່ອໃຊ້ເປັນທີ່ຂື້ນຕົ້ນຂອງລາຍ ແລະ ເພື່ອການແຍກລາຍ, ເຖົ່າລາຍກັນດົກດ້ວຍ ການແຕ້ມລາຍຕໍລາຍຈະແຕ້ມລາຍໃຫ້ເຄື່ອງຂອງມັນໂພໂລຂື້ນມາບາດດຽວໂລດນັ້ນ, ຫຼື ແຍກອອກຈາກກັນແບບເສີຍໆ ກໍ່ບໍ່ໄດ້, ເພາະເບີ່ງແລ້ວມັນບໍ່ເໜາະສົມ ແລະ ບໍ່ສວຍງາມ ແລະ ບໍ່ເກີດຄວາມສົນໃຈແກ່ຜູ້ທີ່ພົບເຫັນ, ການແຕ້ມທີ່ມີສີລະປະສູງນັ້ນ ຈະຕ້ອງເຄືອບແຝງໄປດ້ວຍກົດເກນຂອງຮູບລາຍ, ມີລີລາພິແຝງກົດເກນຂອງຮູບລາຍ, ມີລິລາພິກແຄງໄປຕາມບົດບາດຂອງມັນ, ຕ້ອງໃຫ້ແຕ່ລະກາບ, ແຕ່ລະຊໍ່, ແຕ່ລະກັນດົກ, ຕະຫຼອດຈົນການສອດໃສ່ບາດແບ່ງຕົວໃຫ້ຜິດແປກແຕກຕ່າງກັນໜ້ອຍຫຼາຍພໍສົມຄວນ, ແຕ່ບໍ່ຄວນເຮັດຊຳ້ກັນ ຈື່ງເຮັດໃຫ້ການເບີ່ງແລ້ວເຮັດໃຫ້ບໍ່ອຶດອັດ ແລະບໍ່ຈຶດຕາ. ນົບຄາບ ຫຼຶລາຍນີ້ກໍ່ເປັນການປະດິດໄປອິກແບບໜື່ງ.
ດັ່ງນັ້ນການແຕ້ມສີລະປະລາຍລາວ ມັນມີລັກຊະນະພິເສດຂອງມັນຢາກຕໍ່ລາຍ ຫຼື ຜູກລາຍນັ້ນໃຫ້ງາມຕ້ອງມີເຄື່ອງປະກອບຕົບແຕ່ງ ເພື່ອສົ່ງເສີມໃຫ້ລວດລາຍທີ່ແຕ້ມນັ້ນງາມວິຈິດ ພິດສະດານຂື້ນ, ເຄື່ອງຕົບແຕ່ງກໍ່ແມ່ນເຄື່ອງປະກອບນັ້ນເອງ, ເຄື່ອງປະກອບລາຍຕ່າງໆກໍ່ແມ່ນມີຢູ່ລວມຢູ່ໃນກັນດົກ3ໂຕດັ້ງນັ້ນ ຊື່ງໄດ້ຕັດແຍກອອກມາເປັນສ່ວນໆ ເພື່ອມາເປັນກາບດຽວ, ກາບຊ້ອນ, ແບ່ງໜື່ງ, ແບ່ງສອງ, ອອກເປັນກາບຊ້ອນ ອອກເປັນຕົວກັນດົກ ແລະ ອອກເປັນຍອດຂອງລາຍ, ສຳລັບໃຊ້ປະກອບເປັນເຄື່ອເຖົ່າຂອງລາຍ ແລະ ເປັນສາຍກ້ານຂົດ. ເພື່ຶອເຮົາຈະແຍກລາຍເພື່ອລະຄັ້ງ ຫຼື ຜູກລາຍຊີວິດໃດກໍ່ຕາມ ຈະແຍກຕົວໄປເປັນອີກຕົວລາຍໜື່ງນັ້ນ, ຕ້ອງມີນົກຄາບ ຫຼື ຄາບຄູ່ສະເໜີໄປ. ສະນັ້ນການແຕ້ມກາບ ແລະ ນົກຄາບເຫຼົ່ານີ້ຕ້ອງແຕ້ມຊຳ້ໆກັນ ແລະ ຈື່ຈຳໄດ້ໃຫ້ຢ່າງແມ້ນຢຳ ເພື່ອເຮົາຈະໃຊ້ເວລາອອກແບບຕາມລາຍ ຫຼື ຕົວກັນດົກຍ່ອມບໍ່ຄົງທີ່ ອາດມີຮູບນ້ອຍໆ, ຮູບໃຫຍ່ໆ ກາບໃຫຍ່ ສຸດແລ້ວແຕ່ເນື້ອ ແລະ ຊ່ອງໄຟພື້ນ.

15. ລາຍໜ້າຂົບ
ລາຍດັ່ງກ່າວນີ້ເຄົ້າເດີມແມ່ນໄດ້ປະດິດມາຈາກໜ້າສັດ ຈຳພວກທີ່ມີທ່າທາງຮ້າຍ, ໃຊ້ປາກ, ໃຊ້ແຂ້ວ, ຂົບ, ກັດເປັນອາວຸດ ເພື່ອປ້ອງກັນຕົວ ແລະ ຫາລ້ຽງຊີບຂອງມັນ ດັ່ງນັ້ນຈື່ງເອີ້ນວ່າໜ້າຂົບ.
ການປະດິດໜ້າຂົບດັ່ງກ່າວນີ້ ສາມາດປະດິດອອກໄດ້ຫຼາຍແບບຫຼາຍຢ່າງຄື: ປະດິດມາຈາກສັດປ່າຫິມະພານ ຕາມນະວະນິຍາຍບູຮານຄະດີ ຮາມກະກຽມ ແລະ ອື່ນໆ ນອກນັ້ນກໍ່ປະດິດມາຈາກໜ້າຂອງຕົວສັດທຳມະດາ, ເຊັ່ນພວກເຮົາອິງເອົາຕາມ ດັງຂອງມັນ, ແຂ້ວ, ປາກ, ຄີ້ວ, ຕາ, ຄາງ, ແກ້ມ, ໜ້າຜາກ, ຫູ, ຫຼື ຂົນ, ຫອນຕ່າງໆ, ເຮົາປະດິດແຕ້ມອອກມານັ້ນ ແມ່ນອີ່ງເອົາເວລາມັນຮ້າຍມັນອາປາກ, ມັນກັດ, ມັນຄ້ຽວ, ແລບລີ້ນເຫັນແຂ້ວ, ຕາໃຫຍ່, ຄີ້ວໜາ, ໜາຜາກກ້ຽງ ແລະ ບາງເພື່ອກໍ່ອີງໃສ່ເວລາສັດດີໃຈ ປາກຍີ້ມຫົວ, ເຫັນແຂ້ວ, ຕາຍີ້ມຫວານໆ ຄີ້ວທໍາມະດາ ຫູປົກກະຕິ, ແຂ້ວຫຍຸບ ແລະ ອື່ນໆ.  ຮູບຂົບເໜືອນຊົງດຽວກັນກັບຮູບຊົງກາບີນ ແຕ່ຫາງລີລາຂອງເສັ້ນລາຍເປັນຮູບນ້າສັດເທົ່ານັ້ນ ການປະຕິໜ້າຂົບ ຖ້າຫາກຈິດຕະກອນຄ່ອງແຄ່ວກ່ຽວກັບສັດຫິມະພານ, ຫຼື ສັດທຳມະດາທົ່ວໄປແລ້ວ ຈະສາມາດປະດິດໄດ້ຫຼາຍແບບຢ່າງ. ລາຍໜ້າຄົບນີ້ໃຊ້ສຳລັບປ່ຽນບ່ອນອອກລາຍ ແລະ ໃຊ້ບ່ອນຂົບ ຫຼືກັດລາຍໃນບາງຕອນເພື່ອໃຫ້ສີລະປະຮູບຊົງຕ່າງໆ ມີຄວາມສວຍງາມຂື້ນຕື່ມ ຫຼື ໃຊ້ສະກັດກັ້ນເຮັດໃຫ້ລາຍກອງຈັງຫວະບໍ່ໃຫ້ປະທະກັນ.


16.              ລາບຊໍ່ ແບບຕ່າງໆ
ລາຍຊໍ່ນີ້ການແຕ້ມແມ່ນຢູ່ໃນຊົງຂອງຮູບສີ່ຫຼຽມຍາວ ທາງກ້ວາງສອງສ່ວນ, ທາງຕັ້ງ3 ສ່ວນເຄີ່ງ. ການຂື້ນໂຄງຮ່າງແມ່ນລັກຊະນະຢາກຄ້າຍຄືກັນກັບ ຮູບດອກຊົງກາບີນ ແຕ່ການເດີນລາຍແມ່ນໄປລັກຊະນະຕ່າງກັນ, ເພາະລາຍດັ່ງກ່າວນີ້ ມີລັກຊະນະເປັນຊໍ່ຊ້ອງຂື້ນແບບເຄືອບຊື່ງຫຼາຍໆ ແບບແຕກຕ່າງກັນເຊັ່ນ:
Ø  ລາຍຊໍ່ກັນດົກ  3 ຕົວ: ປະດິດມາຈາກລາຍດອກກັນດົກ.
Ø  ລາຍຊໍ່ແປວໄຟ: ປະດິດມາຈາກກັນດົກແປວໄຟ
Ø  ລາຍຊໍ່ໃບເທດ: ປະດິດມາຈາກກັນດິດໃບເທດ
Ø  ລາຍຊໍ່ຫາງສີງໂຕ: ປະດິດມາຈາກກັນດົກຫາງສີງ.
Ø  ບາງລາຍຊໍ່ປະສົມປະສານກັນເຊັ່ນ: ລາຍຊໍ່ກັນດົກໃບເທດຫາງສີງ, ເຊີ່ງມີຄວາມງາມໄປອີກຢ່າງໜື່ງ.
ນອກຈາກນັ້ນມີຈິດຕະກອນ ທີ່ມີຄວາມສາມາດສູງກໍ່ອາດປະດິດລາຍຊໍ່ໄປຫຼາຍແບບ ແຕ່ທຸກໆ ລາຍຊໍ່ແມ່ນຖອດແຍກອອກມາຈາກດອກກັນດົກ3 ໂຕ. ລາຍຊໍ່ດັ່ງກ່າວມັກນຳໃຊ້ເຂົ້າໃນການປະດັບປະດາເອ້ຢ້ອງກ້ວາງຂວາງທີ່ສຸດ ໃນອົງການວຽກງານດ້ານສີລະປະກຳ.


17.            ລາຍປະດັບຂອບຄີ້ວ ຫຼຼື ລາບໜ້າກະດານ.
ສີລະລາຍລາວດັ່ງກ່າວນີ້ ເປັນລັກຊະນະທີ່ມີດອກຈຳກັດ ຕາມພື້ນນ້ອຍ ແລະ ພື້ນໃຫຍ່. ເປັນລາຍຕິດຕໍ່
ກັນກຳຊ້າຍ ແລະ ກຳ້ຂວາຕໍ່ໆ ກັນໄປ ໂດຍບໍ່ມີສີ້ນສຸດ ຈົນພໍກັບຄວາມຕ້ອງການຖ້າຈະຢຸດກໍ່ຕ້ອງໃຊ້ລາຫ້າມສ່ວນແມ່ນເຮົາໃຊ້ລາຍດອກຈຳປາຍາມເປັນຕົ້ນຕໍ, ແຕ່ຫາກເຮົາແຕ້ມລາຍໃຫຍ່ກວ່າທີ່ປະກອບຢູ່ໃນລາຍໜ້າກະດ້ານນີ້ ຈະໃຊ້ກະຈັງຫູຫ້າມກໍ່ໄດ້, ສຸດແລວແຕ່ລັກຊະນະຂອງລາຍທີ່ເຮົາຈະແຕ້ມ.ຍົກຕົວຢ່າງ:
1. ລາຍປະຈໍາຍາມກ້າມປູ ມັນມີຕົວລາຍກັນດົກຕິດ2 ຂ້າງ ແລະ ມີຕົວດອກປະຈໍາຍາມຂັ້ນຢູ່ເຄີ່ງກາງ ຈື່ງເອີ້ນວ່າ ລາຍປະຈຳຍາມກ້າມປູ.
2. ລາຍໜາກຟັກກ້າມປູ, ມັນມີລາຍປະຈໍາຍາມ ແລະ ຕໍ່ດ້ວຍກະຈັງໃບເທດທັງສອງຂ້າງເປັນຕົວຂັ້ນລະຫວ່າງກ້າມປູ ຈື່ງລວມກັນເອີ້ນວ່າ ລາຍໜາກຟັກກ້າມປູ (ໜາກອືກ້າມປູ)
3. ລາຍກ້າມແບ່ງມີຕົວປະຈໍາຍາມຂັ້ນເປັນບ່ອນອອກລາຍ ແລະ ທີ່ຫ້າມລາຍໄປໃນຕົວມັນເອງ ລະຫວ່າງຕົວປະຈຳຍາມມີເຖົາລາຍ ແລະ ກັນດົກຍອດສະຫຼັບກັນໄປລວມເຂົ້າກັນຈື່ງເອີ້ນວ່າ ລາຍປະຈຳຍາມກ້າມແບ່ງ. ນອກນີ້ຍັງມີລາຍໜ້າກະດານ ຫຼື ລາຍປະດັບຂອງຫຼາຍໆ ແບບ ຊື່ງຈິດຕະກອນສະໄໜກອ່ນໄດ້ປະດິດຄິດແຕ່ງຂື້ນ ໂດຍອີງຕາມດອກທຳມະຊາດແຕ່ຊະນິດປັບປຸງແຕ່ງໃຫ້ຈົບງາມເຊັ່ນ: ລາຍກັນສະລັບ, ລາຍກ້ຽວໃບເທດ, ກ້ານໄຂ່ວຕໍ່ດອກ, ປະຈຳຍາມກ້ານແບ່ງ, ກ້ານຂົດສາມຕົວຂົດດຽວ, ກ້ານໄຂ່ວ 3 ຕົວ ແລະ ອື່ນໆ, ສີລະປະລວດລາຍດັ່ງກ່າວນີ້ ໃຊ້ໃນການປະດັບປະດາເອ້ຢ້ອງ ຂອບຄີ້ວຕ່າງກ້ວາງຂວາງຫຼາຍ. 

18.            ລາຍປະກອບສ່ວນທົ່ວໄປ.
ລາຍປະກອບສ່ວນນີ້ມີຫຼາຍຊະນິດ ຊື່ງແຕ່ລະຊະນິດ ແມ່ນອີງຈາກທຳມະຊາດທັງໜົດມາຈາກການ
ປຸງແຕ່ງໃຫ້ເປັນຮູບຮ່າງງາມຂື້ນ ດັ່ງຕົວຢ່າງ: ດອກາລະກັບ, ດອກແປວໄຟ, ດອກກາບປີ, ດອກບົວຊະນິດຕ່າງໆ ດອກກ້າມປູ, ດອກຮວງເຂົ້າ, ດອກລາຍຫ່າງອ່ຽໜ, ລາຍກ້ານຂົດຜັກກູດ, ລາຍກ້ານຕໍ່ກ້ານ, ລາຍນົກຄາບ, ທຸກໆ ລາຍດັ່ງກ່າວນີ້ ແມ່ນລາຍທີ່ເສີມຕໍ່ລາຍອື່ນ ຖ້າມີແຕ່ລາຍອັນດຽວຂອງມັນ ຈະບໍ່ເປັນລາຍສົມບູນ ສ່ວນທ່າທີລີລາຂອງລາຍເຫຼົ່ານີ້ ມັນຈະມີຊວງຊົງຂົດໂງນີ້ມນວນອອ່ນຊອນ ໄປຕາມລັກຊະນະຂອງດອກທຳມະຊາດ ຕົວຈີງຂອງມັນເອງ, ດັ່ງຮູບພາບທີ່ຈິດຕະກອນໄດ້ຄົ້ນຄວ້າແຕ້ມໄວ້ນັ້ນ ເຖີງຈະມີລັກຊະນະເດີມທຳມະຊາດຂອງມັນກໍ່ຈີງ ແຕ່ມັນກໍ່ສາມາດຂະຫຍາຍຕົວໄດ້ຕາມທ່າທີລີລາ ຂອງລວດລາຍທັງໜົດທີ່ກ່າວມາຂ້າງເທີງນີ້ ມັກໃຊ້ປະສານສົມທົບກັບລວດລາຍອື່ນໆ ໃນການປະດັບປະດາເອ້ຢ້ອງໄດ້ຢ່າງກວ້າງຂວາງດັ່ງລາຍການຮູບແຕ້ມບາງອັນຊື່ງພວກຈິດຕະກອນໄດ້ແຕ້ມໄວ້ເປັນຕົວຢ່າງນີ້.

19.           ຮູບພາບເທວະຮູບ ແລະ ຮູບສັດ
ສີລະປະລາວເຮົາແຕ່ກ່ອນ ແມ່ນໄດ້ຮັບອິດທິພົນມາຈາກສາສະໜາພຸດຫຼາຍກ່ວາປະເພດອື່ນໆ
ຍ້ອນສາດສະໜາພຸດຊື່ງມີວັດເປັນບ່ອນເຕົ້າໂຮມແນວຄິດ ເຕົ້າໂຮມສັດທາທາງດ້ານຈິດໃຈ ແລະ ແມ່ນບ່ອນເຕົ້າໂຮມທາງດ້ານການຮຳ່ຮຽນວິຊາການຕ່າງໆ ເພາະແຕ່ກ່ອນປະເທດເຮົາບໍ່ມີໂຮງຮຽນ ທົ່ວໄປແມ່ນບອ່ນອາໄສເຂົ້າບວດຮຽນໄດ້ນຳວັດເທົ່ານັ້ນ ດັ່ງນັ້ນສີລະປະຈື່ງອີ່ງໃສນະວະນິຍາຍພຸດທະປະວັດມາປະດິດຕົບແຕ່ງເປັນຮູບທ້າວ ຮູບນາງ ເມກຂະລາ ອາສູນ ຮູບຍັກ ຮູບເທວະຮູບ ສັດປ່າຫິມະພານ ແລະ ອື່ນໆ.
ນອກຈາກສີລະປະລາຍລາວຊະນິດດອກຕ່າງໆ ທີ່ໄດ້ເວົ້າມາແລ້ວແຕ່ລະຢ່າງ ແຕ່ລະຊະນິດເພື່ອໃຫ້ສີລະປະທີ່ສວຍງາມ ແລະ ຄົບຖ້ວຍແລ້ວປະສົມປະສານສີ່ງທີ່ຈົບງາມຕາມວັດຖຸປະສົງ ແລ້ວຈຳເປັນຕ້ອງໄດ້ມີຮູບລວດລາຍຄົນ ແລະ ສັດເພື່ອສົມທົບໃສ່ເພື່ອປະກອບໃຫ້ເປັນເລື່ອງເພື່ອເຮັດໃຫ້ແຕ່ລະຜົນງານທີ່ໄດ້ປະດິດຄິດສ້າງໃຫ້ມັນງົດງາມແບບສົມບູນໂດຍໄດ້ນຳເອົາສີລະປະລວດລາຍແຕ່ລະຊະນິດຕ່າງໆ ທີ່ເປັນສ່ວນຂອງໃຜລາວມາລວມເຂົ້າກັນໃຫ້ເປັນກ້ອນເປັນກຸ່ມຕາມຈຸດປະສົງລວມອັນໜື່ງ ຫຼື ເອີ້ນວ່າ ເລື່ອງໜື່ງ ຫຼື ແຜ່ນຮູບໜື່ງຢ່າງສົມບູນ. ຮູບພາບປະກອບທີ່ເວົ້າມານີ້ ກໍ່ມີຊື່ເຄົ້າເດີມຂອງມັນແຕ່ລະຊະນິດຄື: ຮູບນາກ ກໍ່ປະດິດມາຈາກຮູບຕົວງູ ຮູບຫານຸມານກໍ່ອີງມາຈາກຮູບພາບທຳມະຊາດຄຶຕົວລິງ ເອີ້ນວ່າ ຫານຸມານນີ້ແມ່ນອີງມາຈາກວັນະຄະດີຮາມມະກຽມຫານຸມານກໍ່ແມ່ນທະຫານອາລັກຂາ ທີ່ຊື່ສັດຂອງພະຮາມນອກນັນກໍ່ແມ່ນ ຮູບທ້າວ ຮູບນາງ, ຮູບເທວະດາ, ຮູບເທວະບຸດ ຫຼື ເທວະຮູບ ສັດຫິມະພານ ແລະ ອື່ນໆ ຊື່ງພື້ນຖານເຄົ້າເດີມກໍ່ມາຈາກຮູບຄົນຈີງ ແລ້ວມາປະດັບປະດາຕົບແຕ່ງດ້ວຍດອກດວງ ລວດລາຍເຄື່ອງປະດັບເອ້ຢ້ອງແຕ່ລະຊະນິດໃຫ້ສວຍງາມຂື້ນ ລື່ນມະນຸດທຳມະດາ, ໂດຍຊາວຊ່າງສີລະປະທັງຫຼາຍໄດ້ສ້າງໄປຕາມບົດຄຳສອນນິທານວັນນະຄະດີ, ນະວະນິຍາຍ ແຕ່ສ່ວນຫຼາຍແລ້ວມັກແຕ້ມຕາມພຸດພະປະຫວັດແຕ່ລະຮູບ ແຕ່ລະເລື່ອງກໍ່ອີງຕາມນິທານ ຫຼື ການເປັນມາຂອງເລື່ອງພະພຸດພະອົງໂດຍອີງໃສ່ປາງຕ່າງໆ ຂອງປະຫວັດເຫົ່ຼານັ້ນ. 
ສີລະປະລວດລາຍ ແລະ ຮູບພາບຕ່າງໆ ຈີ່ງມີລັກຊະນະແບບຄິດສະເໜີໄປຕາມນິທານ ວັນນະຄະດີ ນີຍາຍນັ້ນຄືບາງຄັ້ງກໍ່ມີລັກຊະນະຕໍ່ສູ້ຊົ້ນຊັ້ນ ບາງຄັ້ງກໍ່ສຽດສັງຄົມ, ບາງຄັ້ງກໍ່ສຽງສີລາຄາ ແລະ ອື່ນໆ, ນອກນັ້ນສີລະປະເຫຼົ່ານີ້ຍັງຮັບໃຊ້ສຳລັບບອກສອນ ຊີ້ຊ່ອງທາງແນວຄວາມຄິດຄົ້ນຜູ້ກະທຳດີໄດ້ດີກະທຳຊົ່ວໄດ້ຊົ່ວຕົນນາລົກອາເວຈີ ຫຼື ຂື້ນສະຫວັນນິພານເປັນຕົ້ນ ຖ້າເວົ້າລວມແລ້ວແມ່ນໜູນໃຊ້ ເອົາສີລະປະນີ້ໃຊ້ຕາມໜັງສືຄຳສອນ, ໃຊ້ຕາມກົດລະບຽບ ຕາງທາງຊີວິດຈິດໃຈຂອງປະຊາຊົນ ຊາວພຸດທະບໍລິສັດທັງຫຼາຍທີ່ບໍ່ໄດ້ສືກສາເລົ່າຮຽນມາແຕ່ກອ່ນນັ້ນ ໃຫ້ຮູ້ ແລະ ບອກສອນກັນສືບທອດກັນຕໍ່ໆມາ. ປະຈຸບັນຈິດຕະກອນທັງຫຼາຍໄດ້ສວຍໃຊ້ສີລະປະລວດລາຍເຫຼົ່ານັ້ນ ປະດັບປະດາໂບດວິຫານຫໍພິພິດຕະພັນວັດຖຸບູຮານຕ່າງໆ ເພື່ອຮັກສາເຄົ້າເດີມຂອງສີລະປະລາຍລາວໄວ້, ໂດຍອີງໃສ່ຈຸດປະສົງ ແລະເປົ້າໝາຍຂອງເລື່ອງທີ່ເຮົາຢາກຈະສະແດງອອກ ຫຼື ຈຸດຄວາມ

ໝາຍທີ່ເຮົາຢາກຈະໄດ້.  ອັນທີ່ສອງຈິດຕະກອນໄດ້ໝູນໃຊ້ຮູບພາຍຕ່າງໆ ເຫຼົ່ານັ້ນແນໃສ່ຮັບໃຊ້ໃນການຕໍ່ສູ້, ການປະຕິວັດສັງຄົມສີ່ງທີ່ບໍ່ດີງາມລົບລ້າງຖີ້ມ ແລະ ອື່ນໆ ເພື່ອເຮັດໃຫ້ຮູບຮ່າງສີລະປະເດີມທີ່ມີມູນເຊື້ອຢູ່ແລ້ວນັ້ນຊື່ງແຕກ່ອນເຄີຍຮັບໃຊ້ສະເພາະແຕ່ຄວາມງາມໃຊ້ຊົນຊັ້ນຢ່າງດຽວກັບໜູນມາຮັບໃຊ້ຄວາມງາມໃຫ້ສັງຄົມ ແລະ ຄວາມງາມໃຫ້ລະບອບໃໝ່ຂອງຊາວພວກເຮົາ ເພື່ອອວ້ຍອ້າງຊາວໂລກໃຫ້ຮູ້ຈັກວ່າ ລາວເປັນລາວອັນມີສີລະປະ ວັດທະນາທຳເປັນຂອງຕົນເອງ ເຄີຍມີມູນເຊື້ອ ແລະ ຄວາມຈະເລີນກ້າວໜ້າແຕ່ສະໄໝກ່ອນໆມາແລ້ວ.

No comments:

Post a Comment