Thursday 9 January 2014

ປະຫວັດຄວາມເປັນມາຂອງລາຍລາວ

     I.        ປະຫວັດຄວາມເປັນມາຂອງສິລະປະລາວ.
ສິລະປະແມ່ນພາສາສັນສະກິດໝາຍເຖິງ ຊ່າງ ຊ່າງສີມື ຫຼື ສີມືຊ່າງພາສາບາລີວ່າ ສິບປະ ກໍ່ໝາຍເຖິງຊ່າງ ຫຼື ສີມືຊ່າງ; ສິລະປະ ໃນຄວາມໝາຍອີກຢ່າງໝຶ່ງແມ່ນໝາຍເຖິງ ອຸບາຍ, ກົນອຸບາຍ, ເລກົນ, ສະຫຼາດ, ພິບໄຫວ...       ເຖິງຢ່າງໃດກໍ່ຕາມ ສິລະປະ ໃນຄວາມສໍານຶກໂດຍທົ່ວໄປຂອງຄົນລາວໝາຍເຖິງ ງາມ, ດີ, ສະຫຼາດ, ພິບໄຫວ... ຕົວຢ່າາງ: ຊ່າງສີມື, ຊ່າງສີປາກ ຫຼື ສີມືຊ່າງ, ສີປາກຊ່າງ ທັງງາມ ທັງດີ ດັ່ງນີ້ເປັນຕົ້ນ. ສິລະປະມີຄວາມໝາຍທີ່ກວ້າງຂວາງ ແລະ ເລິກເຊິ່ງ ເມື່ອຕໍ່ເຂົ້າກັບຄໍາສັບອື່ນ ກໍ່ມີຄວາມໝາຍໄປຕາມເຄົ້າສັບນັ້ນໆ ເຊັ່ນ: ສິລະປະກໍາ ແມ່ນວຽກງານສິລະປະ, ວຽກງານການຊ່າງ, ການຜະລິດທີ່ມີສີມືຊ່າງ. ສິລະປະກອນໝາຍເຖິງຄົນຜູ້ເຮັດວຽກສິລະປະ, ນາຍຊ່າງ, ຊ່າງສິລະປະ ເປັນຕົ້ນ.  ສິລະປະ ມີຄວາມໝາຍກວ້າງຂວາງຕິດພັນກັບທຸກຂົງເຂດວຽກງານທັງທີ່ເປັນຮູບປະທໍາ ແລະ ນາມມະທໍາທີ່ມະນຸດຄົ້ນຄິດປະດິດສ້າງຂື້ນເພື່ອເສີມສ້າງຄວາມງາມຄວາມມ່ວນຄວາມພໍໃຈປະທັບໃຈດຶງດູດໃຈຕົວຢ່າງ: ບົດລະຄອນ, ບົດຟ້ອນ, ບົດເພງ, ປູຊະນີຍະສະຖານ, ວັດວາອາຮາມ, ເຄື່ອງເອ້ ເຄື່ອງປະດັບຕ່າງໆ...ການປະດິດສ້າງສິລະປະ ຈະໄດ້ຄວາມດີປະທັບໃຈ ດຶງດູດຈິດໃຈຄົນສໍ່າໃດນັ້ນກໍ່ຂື້ນຢູ່ກັບນາຍຊ່າງຜູ້ສະຫຼາດ ປັນຍາດີ ມີຫົວຄິດປະດິດສ້າງຄ້າຍໆຄືກັນກັບວຽກງານອື່ນໆ ຊິງຕິດພັນກັບພື້ນຖານເສດຖະກິດ. ການສຶກສາຂະຫຍາຍຕົວ ບ້ານເມືອງຢູ່ໃນຄວາມສະຫງົບສຸກວຽກງານສິລະປະກໍ່ຈະເລີນກ້າວໜ້າ ແລະ ກົງກັນຂ້າມເມື່ອໃດປະເທດຊາດ ບ້ານເມືອງບໍ່ມີຄວາມສະຫງົບສຸກ ເສດຖະກິດ ແລະ ການສຶກສາບໍ່ຂະຫຍາຍຕົວ ຂົງເຂດສິລະປະກໍ່ບໍ່ມີຄວາມຂະຫຍາຍຕົວເຊັ່ນດຽວກັນ.

          ວັດຖຸສິລະປະຖ້າເບິ່ງທາງດ້ານຄຸນຄ່າກໍ່ມີຫຼາຍໆດ້ານແຕ່ອາດສັງລວມໄດ້ດັ່ງນີ້ຄື:
1.    ຄຸນຄ່າ ທາງຄວາມງາມສາມາດສ້າງຄວາມປະທັບໃຈໃຫ້ແກ່ຜູ້ຄົນ ທີ່ໄດ້ພົບເຫັນ.
2.    ຄຸນຄ່າທາງດ້ານເຕັກນິກ ຄວາມງາມ ແລະ ຫົວຄິດປະດິດສ້າງຄືຄົນທຳມະດາ (ບໍ່ແມ່ນຊ່າງ) ບໍ່ສາມາດເຮັດໄດ້.
3.    ຄຸນຄ່າທາງດ້ານອຸດົມການມີຄວາມໝາຍທາງດ້ານປັດຊະຍາທີ່ສ່ອງແສງເຖິງບັນຫາໃດໜຶ່ງ.
4.    ຄຸນຄ່າທາງດ້ານປະຫວັດສາດ ສະແດງບອກເຫດການສັນຍາລັກຂອງໄລຍະປະຫວັດສາດ ສະໄໝໃດໜຶ່ງທີ່ແນ່ນອນ.
5.    ຄຸນຄ່າທາງວັດທະນາທໍາປະເພນີ ສະແດງບອກເຖິງນິໄສໃຈຄໍຄວາມເຊື່ອຖືຮອດຄອງປະເພນີຂອງຄົນໃນຊາດ.
6.    ຄຸນຄ່າງທາງດ້ານວັດຖຸທີ່ເອົາມາປະດິດສ້າງ ຕົວຢ່າງ: ເງິນ, ຄໍາ, ທອງ, ກົ່ວ, ໄມ້, ຫີນ, ດິນເຜົາ...
7.    ຄຸນຄ່າທາງເຊື້ອຊາດ ຄືການສະແດງອອກໃຫ້ຮູ້ເຖິງເຊື້ອຊາດ ແລະ ເຜົ່າຊົນໃດໜຶ່ງທີ່ເປັນເຈົ້າຂອງໆຜະລິດຕະພັນນັ້ນໆ.
ສະຖາປັດຕະຍະກໍາສິນ : ແມ່ນວຽກງານການກໍ່ສ້າງທີ່ມີສີມືຊ່າງ ຫຼື ສິລະປະການກໍ່ສ້າງທີ່ໃຫ້ຄຸນຄ່າທາງດ້ານຄວາມງາມ, ມີເທັກນິກວິທະຍາສາດ, ມີຄຸນລັກສະນະພາບຄົງທົນ ຮັບໃຊ້ສັງຄົມຕາມຍຸກຕາມສະໄໝ ຕົວຢ່າງ : ບ້ານ, ເຮືອນ, ອາຄານ, ຜາສາດ, ຫໍໂຮງ, ອານຸສາວະລີ, ທາດເຈດີ...
ຈິດຕະກໍາສິນ :  ໝາຍເຖິງສິລະປະຮູບແຕ້ມດ້ວຍສີຕ່າງໆແຕ່ຄວາມຈິງແລ້ວໃນສະໄໝບູຮານຄໍາວ່າແຕ້ ຫຼື ແຕ້ມລາຍນັ້ນທັງແຕ້ມດ້ວຍສີ, ຄວັດ ແລະ ແກະສະລັກ ຫຼື ຄໍາວ່າ ຈິດຕະກໍາສິນ ກໍ່ແປວ່າວຽກງານສີມືທີ່ງາມ ແລະ ວິຈິດຕະກໍາສິນກໍ່ໝາຍເຖິງຊ່າງສີມືທີ່ງົດງາມ ແຕ່ເຖິງຢ່າງໃດກໍ່ຕາມ ຄໍາວ່າຈິດຕະກໍາສິນໝາຍເຖິງຮູບແຕ້ມ ຕົວຢ່າງ : ຝາຜາໜັງວັດສີສະເກດວຽງຈັນ, ວັດປ່າຮວກຫຼວງພະບາງ, ພິພິດທະພັນພະລາຊະວັງເກົ່າຫຼວງພະບາງ, ຜ້າພະເຫວດ ແລະ ອື່ນໆ. ຢູ່ລາວເຮົາສິລະປະການແຕ້ມດວ້ຍສີ ທີ່ເປັນຂອງບູຮານແທ້ໆນັ້ນເກືອບບໍ່ຍັງເຫຼືອເລີຍຍ້ອຍເສິກສົງຄາມຫຼາຍຄັ້ງຫຼາຍຄາວ ແລະ ອີກສວ່ນໜຶ່ງກໍ່ແມ່ນເກີດຈາກການຄຸ້ມຄອງໃນໄລຍະທີ່ຜ່ານມາບໍ່ຄ່ອຍດີເທົ່າທີ່ຄວນ.

1.  ສິລະປະລ້ານຊ້າງຫຼວງພະບາງຈະເລີນຮຸ່ງເຮືອງ
          ທີ່ໃຫ້ຊື່ວ່າສິລະປະລ້ານຊ້າງຫຼວງພະບາງນີ້ ກໍ່ເພາະໝາຍເອົາໄລຍະທີ່ນະຄອນຫຼວງຂອງອານາຈັກລ້ານຊ້າງຕັ້ງຢູ່ດິນແດນຫຼວງພະບາງ ນັບເອົາແຕ່ສະໄໝລາຊະການຂອງເຈົ້າຝ້າງຸ່ມ ມະຫາລາດ ປີ ຄ.ສ 1357 ເຖິງເຄິ່ງກາງສະໄໝການປົກຄອງຂອງພະເຈົ້າໄຊຍະເຊດຖາທິລາດ ປີ ຄ.ສ 1560.
          ອີງຕາມໄລຍະປະຫວັດສາດ, ລັກສະນະ ແລະ ຈຸດພິເສດຂອງສິລະປະ ທີ່ພົບເຫັນຢູ່ດິນລາວລ້ານຊ້າງ ສະໄໝນະຄອນຫຼວງຕັ້ງຢູ່ຫຼວງພະບາງ ນັ້ນອາດຈັດໄດ້ເປັນສະກຸນຊ່າງດັ່ງນີ້ :
-      ສະກຸນຊ່າງ ຊຽງແສນ
-      ສະກຸນຊ່າງ ວຽງຄໍາ
-      ສະກຸນຊ່າງ ວັດມະໂນລົມ
-      ສະກຸນຊ່າງ ວັດວິຊຸນ
-      ສະກຸນຊ່າງ ວັດຊຽງທອງ
ສະກຸນຊ່າງສິລະປະ ຊຽງແສນ.
ທີ່ເອີ້ນວ່າສະກຸນຊ່າງຊຽງແສນກໍ່ເພາະວ່ານັກບູຮານຄະດີໄດ້ພົບເຫັນສະກຸນຊ່າງສິລະປະ ທີ່ມີຈຸກພິເສດໂດຍສະເພາະທີ່ເມືອງຊຽງແສນຈຶ່ງໄດ້ຊື່ວ່າ ສະກຸນຊ່າງສິລະປະຊຽງແສນ ເມືອງຊຽງແສນຕັ້ງຢູ່ທາງພາກເໜືອຂອງປະເທດໄທເຄືອເປັນເມືອງຫຼວງຂອງອານາຈັກລ້ານນາສະໄໝກ່ອນຊຽງໃໝ່ ແລະ ເຄີຍມີສາຍພົວພັນອັນດີກັບອານາຈັກລາວລ້ານຊ້າງຕັ້ງແຕ່ສະໄໝເຈົ້າພະຍາຟ້າງຸ່ມ ມະຫາລາດເຖິງສະໄໝເຈົ້າໄຊຍະເສດຖາທິລາດ ສະຕະວັດທີ 16. ສິລະປະຊຽງແສນ ທີ່ປະກົດໃຫ້ເຮົາເຫັນຢູ່ປະຈຸບັນນີ້ສ່ວນຫຼາຍແມ່ນສິລະປະທາງພຸດທະສາສະໜາມີຊາກບູຮານສະຖານ ໂບດວິຫານ ສວ່ນຫຼາຍໄດ້ບຸລະນະຂື້ນໄໝ່ທັງໝົດ ແລ້ວອັນພິເສດກວ່າໜູ່ແມ່ນສິລະປະພະພຸດທະຮູບ ເຮັດດ້ວຍທາອງສໍາລິດ, ທອງເຫຼືອງ, ນາກ, ເງິນ, ຄໍາ ແບບຊົງຕ່າງໆທີ່ງົດງາມເປັນພິເສດ ແລະ ມີຫຼາຍຢູ່ນະຄອນຫຼວງພະບາງ.
          ສະກຸນຊ່າງສິລະປະ ວຽງຄໍາ.
ໃນໄລຍະທີ່ສະກຸນຊ່າງສິລະປະຊຽງແສນຂະຫຍາຍຕົວຢູ່ທາງພາກເໜືອນັ້ນ ສະກຸນຊ່າງສິລະປະວຽງຄໍາ ກໍ່ຂະຫຍາຍຕົວຢູ່ທາງພາກກາງ ແລະ ພາກໃຕ້ຂອງອານາຈັກລ້ານຊ້າງ. ເມືອງວຽງຄໍາຕັ້ງຢູ່ບໍລິເວນທົ່ງຮາບສອງຝັ່ງລ່ອງື່ມຂອງແຂວງວຽງຈັນ ໃນເຂດເມືອງທຸລະຄົມ, ແກ້ວອຸດົມ ແລະ ໂພນໂຮງປະຈຸບັນ. ສະກຸນຊ່າງສິລະປະວຽງຄໍາ ເທົ່າທີ່ມີຫຼັກຖານໃຫ້ເຫັນໄດ້ກໍ່ມີສະຖາປັດຕະຍາກໍາ ແລະ ປະຕິມາກໍາ ໂດຍສະເພາະປະຕິມະກໍາພະພຸດທະຮູບເທົ່າທີ່ຄົ້ນພົບນັ້ນມີຢູ່ສາມຮຸ່ນຄື: ຮຸ່ນທໍາອິດ ແມ່ນສິລະປະມອນ ຊຶ່ງມີເຄົ້າຢູ່ອິນເດຍສະໄໝຄຸບຕະໄດ້ເຂົ້າມາມີບົດບາດຢູ່ອານາຈັກລ້ານຊ້າງພາກກາງ ແລະ ພາກໃຕ້ແຂວງວຽງຈັນ, ບໍລິຄໍາໄຊ ແລະ ຄໍາມ່ວນແຕ່ປະມານສະຕະວັດທີ 6-7 ແຫ່ງຄິດຕະສັງກາດ (ສິລະປະດຽວກັນກັບສິລະປະສະໄໝ ທະວາລະວະດີທີ່ຮາບລຸ່ມແມ່ນໍ້າເຈົ້າພະຍາ) ຮຸ່ນທີສອງເປັນຮູບແບບສິລະປະສະໄໝມອນ ຂມ ຫຼື ມອນ-ຂະແມ ໄດ້ເລີ່ມຂືນແຜ່ຫຼາຍທີ່ທົ່ງຮາບວຽງຈັນ ເມື່ອປະມານສະຕະວັດທີ 11 ແຫ່ງຄິດຕະສັງກາດ, ຮຸ່ນທີສາມບັນດາສິລະປະຕ່າງຕ່າງໆ ໄດ້ຖືກພັດທະນາຂື້ນເປັນສິລະປະລາວລ້ານຊ້າງ ເລີ່ມຕັ້ງແຈ່ສະຕະວັດທີ 14 ເຖິງສະຕະວັດທີ 16 ຈາກນັ້ນປາກົດວ່າອໍານາດວຽງຄໍາໄດ້ຫຼຸດຜ່ອນລົງກວ່າວຽງຈັນ. ສະກຸນຊ່າງສິລະປະພະພຸດທະຮູບສ່ວນຫຼາຍ ແມ່ນປາງຫ້າມຍາດ, ປາງສະມາທິ ແລະ ປາຊະນະມານ.
ສະກຸນຊ່າງສິລະປະ ວັດມະໂນລົມ.
ສະກຸນຊ່າງສິລະປະສະກຸນຊ່າງວັດມະໂນລົມຫຼວງພະບາງ ໄດ້ມີບົດບາດເລີ່ມຕັ້ງແຕ່ປະມານຕົ້ນສະຕະວັດທີ 15 ແຫ່ງຄິດຕະສັງກາດ ຕາມພົງສາວະດານມະຫາສິລາ ວິລະວົງກ່າວວ່າ ວັດມະໂນລົມສ້າງເມື່ອ ຄ.ສ 1428 ກວມເອົາອັດຖິທາດຂອງພະຍາລ້ານຄໍາແດງ ແຕ່ສະກຸນຊ່າງສິລະປະໄດ້ຂະຫຍາຍຕົວມາກ່ອນແລ້ວໄດ້ມີບົດບາດຫຼາຍເມື່ອງເຄິ່ງທ້າຍສະຕະວັດທີ 15.
ສະກຸນຊ່າງສິລະປະວັດມະໂນລົມ ເດັ່ນທີ່ສຸດເຊິ່ງເຮົາຍັງໄດ້ເຫັນເຫັນໄດ້ຊົມນັ້ນແມ່ນໄດ້ແກ່ປະຕິມະກໍາສິນ ພະພຸດທະຮູບດ້ວຍທາອງສໍາລິດ, ທອງເຫຼືອງ, ຄໍາ. ພະພຸດທະຮູບສະກຸນຊ່າງນີ້ ເທົ່າທີ່ຄົ້ນພົບແມ່ນມີຢູ່ 2 ລຸ່ນຄື: ລຸ່ນທໍາອິດແທ່ນຕໍ່າຖ້ານດຽວ ປະດັບດ້ວຍລາຍກີບດອກບົວຂວໍ້າບົວຫງາຍ, ແອວນ້ອຍ, ເອິກໃຫ່ຍ, ໄລ່ໃຫ່ຍ, ໜ້າໂສກ, ນັ່ງເທີ້ງເບິ່ງໄກ, ດັງຄົມ, ຍອດເກດເປັນຮູບດອກບົວຈູມສ່ວນຫຼາຍ, ເສາເປັນຕຸ່ມຂອດກົ້ນຫອຍ, ນີ້ວມືແບບທໍາມະຊາດ ບໍ່ພຽງສະເໝີກັນເໝືອນພະພຸດທະຮູບສະໄໝອື່ນໆ. ລຸ່ນທີສອງໄດ້ມີການພັດທະນາໄປເລັກໜ້ອຍຄື: ສ່ວນຫຼາຍແທ່ນຕໍ່າ ແຕ່ບໍ່ນິຍົມປະດັບດ້ວຍກີບດອກບົວສະເໝີໄປ ຍອດເກດເປັນຮູບດອກບົວຈູມ ກໍ່ມີຮູບແປວໄຟກໍ່ມີ, ເກສາເປັນຕຸ່ມແຫຼມເໝືອນໜາມໝາກມີ້.

          ສະກຸນຊ່າງສິລະປະ ວັດວິຊຸນ
ສະກຸນຊ່າງສິລະປະວັດວິຊຸນຫຼວງພະບາງ ໄດ້ເລີ່ມຂື້ນມີບົດບາດໄຂສັງກາດໃໝ່ທາງດ້ານສິລະປະ ແຕ່ເບື້ອງຕົ້ນສະຕະວັດທີ 16 ແຫ່ງຄິດຕະສັງກາດ ສະແດງອອກໃຫ້ເຫັນທາງຮູບຮ່າງ ແລະ ລັກສະນະຂອງສິລະປະຕ່າງໆຈາກສະກຸນຊ່າງສິລະປະວັດມະໂນລົມ. ສະຖາປັດຕະຍາກໍາສິນ ມີເຈດີພະປະທຸມ ຫຼື ພະທາດໝາກໂມ, ພຸທະສິມາ ແລະ ຊຸມປະຕູໃຫ່ຍທາງເຂົ້າວັດເບື້ອງອາລາມປະຈຸບັນໄດ້ເປັນຫຼັກຖານສະແດງອອກເຖິງຄວາມງາມອີກແບບໜຶ່ງ.
ສະກຸນຊ່າງສິລະປະນີ້ ໄດ້ພັດທະນາຂື້ນສະໄໝລາຊະການພະເຈົ້າວິຊຸນະລາດ ໂພທິສາລາດ (1500-1550) ໃນໄລຍະນີ້ສິລະປະວັດທະນາທໍາລາວລ້ານຊ້າງໄດ້ມີຄວາມຈະເລີນກ້າວໜ້າຫຼາຍ.


          ສະກຸນຊ່າງສິລະປະ ວັດຊຽງທອງ.
ສະກຸນຊ່າງສິລະປະວັດຊຽງທອງ ເລີ່ມຂື້ນເມື່ອກາງສະຕະວັດທີ 16 ແຫ່ງຄິດຕະສັງກາດ (1550-1570) ແລະ ໄດ້ເປັນຕົ້ນເຄົ້າສະກຸນຊ່າງສິລະປະວຽງຈັນ ສະໄໝລາຊະການຂອງພະເຈົ້າໄຊຍະເສດຖາທິລາດ ( ສະກຸນຊ່າງສິລະປະທາດຫຼວງ, ວັດອົງຕື້, ວັດອິນແປງ, ວັດສີເມືອງ, ຫໍພະແກ້ວ... ).
ສະກຸນຊ່າງສິລະປະວັດຊຽງທອງນີ້ ໄດ້ພັດທະນາເປັນແບບສິລະປະລາວລ້ານຊ້າງລ້ວນໆ ຊຶ່ງບໍ່ເໝືອນກັບສິລະປະສະກຸນຊ່າງໃດໆມາກ່ອນ ໄດ້ເລີ່ມຂື້ນທີ່ວັດຊຽງທອງຫຼວງພະບາງ ເມື່ອກາງສະຕະວັດທີ 16 ແຫ່ງຄິດຕະສັງກາດພິເສດຂອງສະກຸນຊ່າງນີ້ຢູ່ບ່ອນວ່າ ການປະດິດສ້າງທີ່ສະແດງອອກເຖິງນິໄສໃຈຄໍ ຂອງຄົນລາວລ້ວນ ທັງລະອຽດອ່ອນ ແລະ ງາມແບບທໍາມະຊາດແທ້ໆ ເຊິ່ງພັດທະນາມາຈາກຫຼາຍໆສະກຸນຊ່າງສິລະປະ.




2.  ສິລະປະລ້ານຊ້າງວຽງຈັນ ຈະເລີນຮຸ່ງເຮືອງ
ສິລະປະສະໄໝລ້ານຊ້າງວຽງຈັນນີ້ ອາດຈັດໄດ້ເປັນ 2 ສະກຸນຊ່າງທີ່ດີເດັ່ນແຕກຕ່າງກັນ ແລະ ໃນໄລຍະຕ່າງກັນຄື :
1.    ສະກຸນຊ່າງສິລະປະສະໄໝພະເຈົ້າໄຊຍະເສດຖາທິລາດ.
2.    ສະກຸນຊ່າງສິລະປະສະໄໝພະເຈົ້າສຸລິຍະວົງສາ ທໍາມິກະລາດ

ສະກຸນຊ່າງສິລະປະສະໄໝພະເຈົ້າໄຊຍະເສດຖາທິລາດ ໄດ້ມີການພັດທະນາໃຫ້ເປັນຮູບແບບຂອງຕົວເອງ. ເຖິງແມ່ນມີຕົ້ນເຄົ້າມາຈາກສະກຸນຊ່າງຫຼາຍໆບ່ອນກໍ່ດັດແປງໃຫ້ເຂົ້າກັບນິໄສໃຈຄໍຂອງຄົນລາວເຜົ່າຕ່າງໆ ຄວາມງາມຄວາມປານີດຂອງສິລະປະກໍມີຈຸດພິເສດຂອງຕົວເອງ ໂດຍສະເພາະສິລະປະທາງສາສະໜາ ຊຶ່ງມີກົກເຄົ້າມາຈາກບ່ອນອື່ນ ແລະ ໃນໄລຍະດຽວກັນສິລະປະຂອງຄົນລາວ ເຜົ່າຕ່າງໆ ກໍມີການຂະຫຍາຍຕົວໄປພ້ອມໆກັນກັບຂະບວນວິວັດສິລະປະທາງສາສະໜາ.
ສະກຸນຊ່າງສິລະປະສະໄໝພະໄຊຍະເສດຖາທິລາດ ທີ່ຍັງເຫຼືອໃຫ້ເຫັນຢູ່ໃນປະຈຸບັນນີ້ສ່ວນຫຼາຍແມ່ນວັດຖຸສິລະປະທາງສາສະໜາ ເພາະວ່າສິ່ງກໍ່ສ້າງທາງສາສະໜານັ້ນ ແມ່ນວັດຖຸຄົງທົນດີ
ເຊັ່ນວ່າ: ຫີນ, ດິນຈີ່, ໄມ້ເນື້ອດີ...., ພະທາດຫຼວງ, ຫໍພະແກ້ວ, ວັດອົງຕື້, ວັດອິນແປງ, ວັດສີເມືອງ, ພະທາດສີໂຄດ, ຍອດທາດອີງຮັງ, ຍອດທາດພະນົມ...ປະຕິມະກໍາສິນ ພະພຸທະຮູບ, ຮູບຄວັດແກະສະຫຼັກໃສ່ແທ່ນພະພຸດທະຮູບ, ດາບ, ໂອ, ຂັນ ແລະ ອື່ນໆ.
ສະກຸນຊ່າງສິລະປະສະໄໝພະເຈົ້າໄຊຍະເຊດຖາທິລາດ ໄດ້ສືບຕໍ່ຂະຫຍາຍຕົວເຖິງຕົ້ນສະຕະວັດທີ 17 ແຫ່ງຄິດຕະສັງກາດ ເຖິງວ່າການປົກຄອງຕົກຢູ່ໃນອໍານາດຂອງພະມ້າໄລຍະໜຶ່ງ ແຕ່ສິລະປະວັດທະນາທໍາກໍ່ບໍ່ໄດ້ປ່ຽນແປ.

ສະກຸນຊ່າງສິລະປະສະໄໝພະເຈົ້າສຸລິຍະວົງສາ ທໍາມິກະລາດ ໄດ້ກໍາເນີດຂື້ນລະຫວ່າງປີ ຄ.ສ 1638-1695 ສະກຸນຊ່າງສິລະປະນີ້ໄດ້ພັດທະນາຈາກສະກຸນຊ່າງສິລະປະສະໄໝພະໄຊຍະເຊດຖາທິລາດ ຊຶ່ງຊຶ່ງມີລັກສະນະຄວາມງາມອີກແບບໜຶ່ງ. ຜົນງານຂອງສະກຸນຊ່າງນີ້ ໄດ້ມີຫຼາຍທົ່ວໆໄປພິເສດຢູ່ວຽງຈັນ ແລະ ເມືອງພວນຊຽງຂວາງເຊັ່ນ: ພະທາດຝຸ່ນ, ວັດສີພົມ ເມືອງຄູນ ແລະ ປະຕິມາກໍາ ພະພຸທະຮູບທອງ ແລະ ອື່ນໆ ລ້ວນແຕ່ມີສີມືຊ່າງສະໄໝພະເຈົ້າສຸລິຍະວົງສາທໍາມິກະລາດ ສະຕະວັດທີ 17 ແຫ່ງຄິດຕະສັງກາດ.
3.  ສິລະປະລາວສະໄໝ 3 ອານາຈັກ
        ສິລະປະລາວສະໄໝແຕກແຍກກັນເປັນ 3 ອານາຈັກ: ລ້ານຊ້າງວຽງຈັນ, ລ້ານຊ້າງຫຼວງພະບາງ ແລະ ນະຄອນຈໍາປາສັກ ໄດ້ມີການພັດທະນາໄປແຕກຕ່າງກັນບໍ່ວ່າຈະເປັນຄວາມງາມ ຄວາມປານີດກໍ່ແຕກຕ່າງກັນ. ສິລະປະນີ້ອາດຈັດໄດ້ເປັນ 2 ໄລຍະປະຫວັດສາດແຕກຕ່າງກັນຄື: ໄລຍະທີ່ອານາຈັກລາວລ້ານຊ້າງ ແຕກແຍກກັນອອກເປັນ 3 ອານາຈັກ ແລະ ໄລຍະທີ່ຕົກເປັນຫົວເມືອງຂື້ນຂອງສະຫຍາມໃນສອງໄລຍະນີ້ອາດຈັດໄດ້ເປັນກຸ່ມຊ່າງສິລະປະໄດ້ດັ່ງນີ້:
1.    ສະກຸນຊ່າງສິລະປະວຽງຈັນ.
2.    ສະກຸນຊ່າງສິລະປະຫຼວງພະບາງ
3.    ສະກຸນຊ່າງສິລະປະຈໍາປາສັກ.
4.    ສະກຸນຊ່າງສິລະປະສະຫຍາມທີ່ມີຢູ່ລາວ.

ສະກຸນຊ່າງສິລະປະ ວຽງຈັນ.
    ວຽງຈັນເລີ່ມແຕ່ສະໄໝປົກຄອງຂອງເຈົ້າໄຊຍະອົງເຫວ້ ຫຼື ໂຄ້ງພະໄຊຍະເຊດຖາທິລາດ II ເຖິງສະໄໝຂອງເຈົ້າອົງບູນ ຫຼື ເຈົ້າສິລິບຸນຍະສານ ( ຄ.ສ 1698-1778 ) ຊຶ່ງເປັນໄລຍະທີ່ລ້ານຊ້າງວຽງຈັນຂະຫຍາຍຕົວໄປໂດຍສະເພາະທາງດ້ານສິລະປະວັດທະນາທໍາ. ວຽກງານການແຕ້ມຄວັດ, ແກະສະຫຼັກ, ປັ້ນຫຼໍ່ ໄດ້ພັດທະນາຈາກສະກຸນຊ່າງສິລະປະສະໄໝພະເຈົ້າສຸລິຍະວົງສາ ທໍາມິກະລາດໄດ້ປະດິດສ້າງດ້ວຍຊ່າງສີມືທີ່ດີເດັ່ນມີຄວາມງາມປະນີດກວ່າບ່ອນໃດໝົດໃນເວລານັ້ນ. ສະກຸນຊ່າງສິລະປະນີ້ໄດ້ຂະຫຍາຍຕົວຫຼາຍຢູ່ວຽງຈັນ ແລະ ຊຽງຂວາງ ແຕ່ປະຕິມາກໍາສິນ ພະພຸທະຮູບລ້ານຊ້າງວຽງຈັນ ສະຕະວັດທີ 18 ສ່ວນຫຼາຍດັງໃຫ່ຍ ຄືດັງແຂກອິນເດຍ.
ສະກຸນຊ່າງສິລະປະ ຫຼວງພະບາງ.
          ສະກຸນຊ່າງສິລະປະຫຼວງພະບາງ ນັບແຕ່ການປົກຄອງຂອງເຈົ້າກິດສະລາດ ຄ.ສ 1707 ເຖິງສະໄໝຂອງເຈົ້າສຸລິຍະກຸມມານ ຄ.ສ 1778 ສິລະປະໃນໄລຍະນີ້ເທົ່າທີ່ຄົ້ນຄ້ວາພົບຢູ່ຫຼວງພະບາງສ່ວນຫຼາຍບໍ່ປານີເທົ່າທີ່ຄວນ ຖ້າສົມທຽບໃສ່ສະກຸນຊ່າງວຽງຈັນ ຫຼື ສົມທຽບໃສ່ຍຸກສະໄໝອານາຈັກລາວລ້ານຊ້າງຫຼວງພະບາງຈະເລີນຮຸ່ງເຮືອງ ແຕ່ສັງເກດເຫັນວ່າເປັນສີມືຂອງຄົນລາວໂດຍແທ້. ອາດເປັນໄປໄດ້ວ່າໃນໄລຍະນີ້ສີມືດີເດັ່ນຂອງລາວສ່ວນຫຼາຍໄດ້ລົງມາລວມສູນຢູ່ວຽງຈັນ ຈຶ່ງສັງເກດເຫັນວັດຖຸສິລະປະສະກຸນຊ່າງວຽງຈັນ ແລະ ຫຼວງພະບາງຊຶ່ງເຮັດໃນໄລຍະດຽວກັນມີຄວາມປານີດຫຼຸດລື່ນກັນຫຼາຍ.
ສະກຸນຊ່າງສິລະປະ ນະຄອນຈໍາປາສັກ.
          ສະກຸນຊ່າງສິລະປະນະຄອນຈໍາປາສັກ ນັບແຕ່ສະໄໝການປົກຄອງຂອງເຈົ້າສ້ອຍສີສະໝຸດພຸດທາງກູນ ຄ.ສ 1714 ເຖິງສະໄໝຂອງເຈົ້າໄຊຍະກຸມມານ ຄ.ສ 1778 ສະກຸນຊ່າງສິລະປະໃນໄລຍະນີ້ສາມາດເອີ້ນໄດ້ວ່າ ສະກຸນຊ່າງສິລະປະຄູຂີ້ຫອມ ຊຶ່ງພັດທະນາໄປຈາກສະກຸນຊ່າງສະໄໝພະເຈົ້າສຸລິຍະວົງສາ ທໍາມິກະລາດ ສະກຸນຊ່າງນີ້ແພ່ຫຼາຍຢູ່ເຂດດອນໂຂງ, ດອນໄຊ, ດອນແດງ, ດອນຈໍາປາສັກ ແຂວງຈໍາປາສັກ ແລະ ບາງບ່ອນທາງພາກອີສານຂອງໄທ.
          ສີມືຊ່າງພະຄູຂີ້ຫອມທີ່ດີເດັ່ນ ແລະ ບາງອັນຍັງມີຢູ່ປະຈຸບັນນີ້ຄື: ລະຄັງໃຫ່ຍເຮັດດ້ວຍທອງ, ພະເຈດີພະຄູຂີ້ຫອມວັດກາງໂຂງ ເມືອງໂຂງ ແຂວງຈໍາປາສັກພະທາດຄູຂີ້ຫອມທີ່ວັດທາດ
ສາເມືອງຈໍາປາສັກ, ພະພຸທະຮູບທອງສອງອົງ ( ປະຊາດອນແດງແຂວງຈໍາປາສັກ ແລະ ອື່ນໆ. ສວ່ນສິລະປະຕົກແຕ່ງຄວັດ ແລະ ແກະສະຫຼັກທີ່ປະສົມກັນໄປລະຫວ່າງສິລະປະສະກຸນຊ່າງສະໄໝພະເຈົ້າສຸລິຍະວົງສາ ທໍາມິກະລາດ ກັບສິລະປະຂອມທີ່ມີມາແຕ່ກ່ອນແລ້ວ.



ສະກຸນຊ່າງສິລະປະ ນະຄອນຈໍາປາສັກ.
          ສະກຸນຊ່າງສິລະປະນີ້ ຖືເອົາໄລຍະທີ່ລາວລ້ານຊ້າງທັງ 3 ອານາຈັກຕົກເປັນປະເທດສະ
ລາດຂອງສະຫຍາມ ( ຄ.ສ 1778-1893 ) ແລະ ສະກຸນຊ່າງສິລະປະນີ້ໄດ້ປະກົດເຂົ້າມາມີບົດບາດຢູ່ດິນແດນລາວລ້ານຊ້າງ ເລີ່ມແຕ່ຕົ້ນສະຕະວັດທີ 19 ແຫ່ງຄິດຕະສັງກາດໂດຍສະເພາະຢູ່ຫຼວງພະບາງ, ວຽງຈັນ ແລະ ຈໍາປາສັກບາງຕົວຢ່າງຄື : ວັດປ່າຮວກ, ວັດປ່າແກ, ວັດອາຮາມ, ວັດດອນໂມ... ຫຼວງພະບາງ, ວັດສີສະເກດ ວຽງຈັນ, ບາງວັດຢູ່ເຂດດອນໂຂງ, ດອນໄຊ, ດອນແດງ, ເມືອງຈໍາປາສັກ ແຂວງຈໍາປາສັກ. ວັດຕ່າງໆທີ່ກ່ວມານີ້ ໄດ້ພົບເຫັນຮ່ອງຮອຍສິລະປະວັດທະນາທໍາສະຫຍາມສັບປົນຢູ່ ສິລະປະສະຫຍາມສ່ວນຫຼາຍແມ່ນປະຫຍຸກມາຈາກສິລະປະຂອມອີກເທື່ອໜຶ່ງ.

          ສິລະປະວັດທະນາທໍາສະຫຍາມນີ້ ຖືກຈໍາກັດຢູ່ແຕ່ເຂດເມືອງໃຫ່ຍທີ່ຕັ້ງຢູ່ຕາມລໍາແມ່ນໍາຂອງທໍ່ນັ້ນ ແລະ ໃນທາງກົງກັນຂ້າມສິລະປະລາວລ້ານຊ້າງໄດ້ກັບໄປຈະເລີນຮຸ່ງເຮືອງຢູ່ດິນແດນສະຫຍາມ ໂດຍສະເພາະໃນສະໄໝທີ່ລາວລ້ານຊ້າງຖືກກວາດຕ້ອນໄປຢູ່ດິນແດນສະຫຍາມ ແລະ ໃນໄລຍະດຽວກັນ ມໍລະດົກວັດທະນາທໍາລາວລ້ານຊ້າງຢູ່ດິນແດນລາວສ່ວນຫຼາຍກໍ່ຖືກດັບສູນ ທີ່ຍັງກໍ່ເປັນອໍາມະພາດ.


ເອກສານອ້າງອີງ:  ປື້ມປະຫວັດສິລະປະລາວ 

No comments:

Post a Comment